ຄອງຊູເອຊມີລາຍຮັບເກືອບ 6 ພັນລ້ານໂດລາ ສູງສຸດໃນປະຫວັດການ

423

ສຳນັກຂ່າວຕ່າງປະເທດລາຍງານໂດຍອ້າງການເປີດເຜີຍຂອງຄະນະບໍລິຫານຄຸ້ມຄອງ ຄອງຊູເອຊ ( Suez ) ປະເທດເອຢິບ ໃຫ້ຮູ້ວ່າ: ລາຍໄດ້ສຸດທິຈາກຄ່າທຳນຽມບໍລິການຂົນສົ່ງທາງນ້ຳໃນຄອງຊຸເອຊເພີ່ມຂຶ້ນສູງສຸດໃນປະຫວັດການ ໂດຍມີລາຍໄດ້ປະມານ 5.840 ລ້ານໂດລາສະຫະລັດ ເຖິງແມ່ນວ່າບາງຄັ້ງຈະພົບບັນຫາຕິດຂັດໃນການເດີນເຮືອກໍຕາມ.

ທ່ານ ໂອຊາມາ ຣາບີ ຜູ້ບໍລິຫານສຳນັກງານຄຸ້ມຄອງຄອງຊູເອຊ ເປີດເຜີຍວ່າ: ເຖິງວ່າມີບັນຫາທ້າທາຍຫຼາຍປະການ ໂດຍສະເພາະການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ປະລິມານການຂົນສົ່ງສິນຄ້າທົ່ວໂລກຫຼຸດລົງ ແລະ ການທີ່ຄອງຊູເອຊປະສົບບັນຫາການບໍລິການເຮືອຂົນສົ່ງສິນຄ້າເຂົ້າທຽບທ່າ ເນື່ອງຈາກເຮືອຂົນສົ່ງສິນຄ້າຂະໜາດໃຫຍ່ຄ້າງແຄມຝັ່ງຂວາງຄອງຊູເອຊເປັນເວລາ 6 ວັນ ແຕ່ການເກັບຄ່າທຳນຽມກໍເພີ່ມຂຶ້ນ 2% ເມື່ອທຽບໃສ່ປີຜ່ານມາ.

ທັງນີ້, ຄະນະບໍລິຫານໄດ້ໃຊ້ກົນລະຍຸດທາງການຕະຫຼາດທີ່ດຶງດູດໃຫ້ເຮືອບັນທຸກສິນຄ້າຈາກທົ່ວໂລກມາໃຊ້ບໍລິການຜ່ານຄອງຊູເອຊເປັນປະຈຳໃນຖານະຮຸ້ນສ່ວນທີ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ.