ສະຫລຸບຕີລາຄາ ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ພະແນກ ອຄ ແຂວງບໍລິຄຳໄຊ

529

ຕອນເຊົ້າຂອງວັນທີ 14 ກໍລະກົດ 2021 ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດກອງປະຊຸມຕີລາຄາຄືນຜົນການຈັດຕັ້ງປະຕິບັດບັນດາວຽກງານກຳມະບານໃນໄລຍະ6 ເດືອນຜ່ານມາ ແລະ ທິດທາງແຜນການຕໍ່ຫນ້າ ໂດຍການເປັນປະທານຂອງ ສະຫາຍໂພສອນ ທະລາພອນ ປະທານກຳມະບານຮາກຖານພະແນກ ແລະ ມີສະມາຊິກກຳມະບານເຂົ້າາຮ່ວມຢ່າງພ້ອມພຽງ.

ຈຸດປະສົງແມ່ນເຊື່ອມຊືມຄູ່ມືການຈັດຕັ້ງປະຕິບັດເນື້ອໃນແຂ່ງຂັນ 5 ເປັນເຈົ້າ, ດຳເນີນຊີວິດກຳມະບານ ແລະ ມອບໃບຍ້ອງຍໍ, ຊົມເຊີຍໃຫ້ບຸກຄົນທີມີຜົນງານດີເດັ່ນ ໃນການເຄື່ອນໄຫວວຽກງານກຳມະບານໃນໄລຍະຜ່ານມາ.