ກະຊວງ ກະສິກຳ ແລະ ປ່າໄມ້ ເຊື່ອມຊຶມ ເອກະສານສຳຄັນ

551
ໃນວັນທີ 14 ກໍລະກົດນີ້ ທີ່ສະໂມສອນຂອງກະຊວງກະສິກຳ ແລະ ປ່າໄມ້ (ກະຊວງ ກປ), ອົງຄະນະພັກ ກະຊວງ ກປ ໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ບັນດາເອກະສານສຳຄັນອີກຈຳນວນໜຶ່ງພາຍໃຕ້ການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ກປ ໂດຍມີບັນດາສະຫາຍຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການຈັດຕັ້ງເຊື່ອມຊຶມຄັ້ງນີ້ ມີເອກະສານສໍາຄັນຄື: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ສະບັບເລກທີ 38/ຄລສພ; ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ; ບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນ ຂອງອົງຄະນະພັກກະຊວງ ກປ ຄັ້ງທີ VI; ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI; ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025); ແຜນພັດທະນາກະສິກໍາ – ປ່າໄມ້ ແລະ ພັດທະນາຊົນນະບົດ 5 ປີ ຄັ້ງທີ IX (2021-2025).
ຈຸດປະສົງການຈັດຕັ້ງເຊື່ອມຊຶມຄັ້ງນີ້ ກໍເພື່ອໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ກປ ໄດ້ເຊື່ອມຊຶມ, ກໍາແໜ້ນ, ເອກະພາບແຕ່ຫົວທີ, ຜັນຂະຫຍາຍຢ່າງເປັນເອກະພາບເຂົ້າສູ່ວຽກງານຂອງຕົນ; ທັງນີ້, ກໍເພື່ອເປັນບ່ອນອີງໃຫ້ອົງຄະນະພັກກະຊວງ ກໍຄືຮາກຖານພັກ ໃນການຫັນເປັນແຜນງານ, ໂຄງການລະອຽດ, ຜັນຂະຫຍາຍຈັດຕັ້ງປະຕິບັດຕາມພາລະບົດບາດຂອງຕົນຢ່າງເປັນຮູບປະທໍາ ພ້ອມທັງສືບຕໍ່ບຸກທະລຸທາງດ້ານແນວຄິດຈິນຕະນາການ ສ້າງໃຫ້ມີການຫັນປ່ຽນທາງດ້ານທັດສະນະຄວາມຮັບຮູ້, ແນວຄິດ ແລະ ການກະທໍາ, ສົ່ງເສີມດ້ານດີ, ແກ້ໄຂບັນຫາບົກຜ່ອງ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນ, ສ້າງຄວາມເຊື່ອໝັ້ນໃຫ້ພະນັກງານ ແລະ ປະຊາຊົນຕໍ່ການນໍາພາຂອງພັກ, ການຄຸ້ມຄອງຂອງລັດ; ເພີ່ມຄວາມຮັບຜິດຊອບປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະປະເທດຊາດໃຫ້ຫຼຸດພົ້ນຈາກຄວາມທຸກຍາກ, ຄວາມດ້ອຍພັດທະນາ ເພື່ອປະເທດຊາດກ້າວຂຶ້ນສູ່ຄວາມວັດທະນະຖາວອນ.
ການຈັດຕັ້ງເຊື່ອມຊຶມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 3 ວັນ ຄື: ມື້ທີໜຶ່ງ, ແມ່ນຈະໄດ້ເຜີຍແຜ່ເຊື່ອມຊຶມບັນດາເອກະສານ; ມື້ທີສອງ, ໃຫ້ບັນຄະນະພັກຮາກຖານ ແລະ ໜ່ວຍພັກ, ຮາກຖານ ຂຶ້ນນໍາສະເໜີແຜນດໍາເນີນງານຂອງຕົນ ແລະ ມື້ທີສາມ, ຄະນະພັກຂັ້ນເທິງຈະໄດ້ມາຮ່ວມຕິດຕາມຮັບຟັງການລາຍງານຢັ້ງຢືນຄາດໝາຍສູ້ຊົນຂອງຂະແໜງການ ແລະ ມີຄໍາເຫັນຊີ້ນໍາຕໍ່ການຈັດຕັ້ງເຊື່ອມຊຶມເອກະ ສານຄັ້ງນິີ້.