ລມຕ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລົງເຄື່ອນໄຫວວຽກຢູ່ ແຂວງຈຳປາສັກ

493

ໃນວັນທີ 13 ກໍລະກົດ 2021 ນີ້ ທີ່ຫ້ອງວ່າການແຂວງຈຳປາສັກ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະໄດ້ຕ້ອນຮັບ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ, ໃນໂອກາດມາເຄື່ອນໄຫວວຽກງານ ຢູ່ແຂວງຈຳປາສັກ.


ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງການຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວວຽກງານຂອງທ່ານລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ. ນອກນີ້ ແຂວງຈໍາປາສັກ ໄດ້ເພີ່ມທະວີວຽກງານການຄວບຄຸມມົນລະພິດ ດ້ວຍການຮັບປະກັນການປະຕິບັດພາລະບົດບາດຄຸ້ມຄອງຂອງລັດ ແລະ ຄວາມສັກສິດຂອງກົດໝາຍ ປົກປັກຮັກສາສິ່ງແວດລ້ອມຢ່າງເຂັ້ມງວດ, ແກ້ໄຂບັນຫາທີ່ເປັນຊ່ອງວ່າງໃນການກຳນົດປະຕິບັດສິດ ແລະ ໜ້າທີ່, ຄວາມຮັບຜິດຊອບໃຫ້ຈະແຈ້ງ, ສະກັດກັ້ນ ແລະ ແກ້ໄຂຢ່າງເດັດຂາດບັນຫາການລະເມີດກົດໝາຍສິ່ງແວດລ້ອມ, ສືບຕໍ່ປັບປຸງລະບຽບການຄຸ້ມຄອງສິ່ງແວດລ້ອມ ເພື່ອເຮັດໃຫ້ການຄຸ້ມຄອງສິ່ງແວດລ້ອມມີປະສິດທິຜົນ, ຖືກຕ້ອງຕາມເປົ້າໝາຍແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຕາມທິດສີຂຽວ ແລະ ຍືນຍົງ, ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.


ໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ຕໍ່ ຄະນະນຳແຂວງຈຳປາສັກ ທີ່ເຫັນໄດ້ຄວາມສຳຄັນຂອງວຽກງານ ດັ່ງກ່າວ, ການຄວບຄຸມ, ຄຸ້ມຄອງ-ບໍລິຫານ, ໃຫ້ເຫັນສະພາບການຈັດຕັ້ງປະຕິບັດວຽກງານຄວບຄຸມຄຸ້ມຄອງສິ່ງແວດລ້ອມໃນໄລຍະທີ່ຜ່ານມາພາຍໃນແຂວງ ສາມາດປົກປັກຮັກສາ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ໃຫ້ຄົງຢູ່ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງ.