ເຫດຜົນທີ່ ວໍເຕີ ນັກມວຍສາກົນ ແລະ ອານຸສອນ ນັກແລ່ນ ພາດໂອກາດໄປແຂ່ງຂັນໂອແລມປິກ ທີ່ຍີ່ປຸ່ນ

740

ກ່ອນໜ້ານີ້ ສປປ ລາວ ມີໂອາດຈະສົ່ງ 6 ນັກກີລາເຂົ້າຮ່ວມການແຂ່ງຂັນໃນມະຫະກໍາ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່່ນ ລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021, ແຕ່ມາຮອດໂຄ້ງສຸດທ້າຍກັບຖືກຕັດສິດອອກໄປ 2 ຄົນທີ່ເປັນຄວາມຫວັງນໍາໂດຍ ທ້າວ ວໍເຕີ ( Walter Sarnoi Oupathana ) ນັກກີລາມວຍສາກົນ ລູກຊອດລາວ-ອາເມຣິກາ ແລະ ທ້າວ ອານຸສອນ ໄຊສາ ນັກກີລາແລ່ນ-ລານ.

ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ( ຄອລ ) ບອກເຖິງເຫດຜົນທີ່ ວໍເຕີ ແລະ ອານຸສອນ ບໍ່ໄດ້ໄປໂອແລມປິກ ຄັ້ງນີ້ວ່າ: ສໍາລັບ ທ້າວ ວໍເຕີ ເປັນນັກກີລາມວຍສາກົນຊາຍ ຕົວແທນທີມຊາດລາວ ເຊິ່ງໄປຄັດເລືອກໂຊນອາຊີທີ່ ດູໄບ ປະເທດສະຫະລັດອາຣັບເອເມເຣດ ແຕ່ບໍ່ສາມາດຜ່ານໄດ້, ສ່ວນ ທ້າວ ອານຸສອນ ນັກແລ່ນຂ້າມຮົ້ວ 110 ແມັດໄດ້ທຶນຝຶກແອບ ແຕ່ສຸດທ້າຍ ສະຫະພັນກີລາແລ່ນ-ລານສາກົນ ແຈ້ງເຖິງສະຫະພັນແລ່ນ-ລານລາວ ແລະ ຄອລ ເພີ່ນໃຫ້ໂຄຕາດຽວຄື ແລ່ນ 100 ແມັດ.

ຂະນະທີ່ ອານຸສອນ ກໍໃຫ້ສໍາພາດກັບທີມຂ່າວກີລາພວກເຮົາວ່າ: ທີ່ຜ່ານມາແມ່ນໄດ້ທຶນຈາກສະຫະພັນແລ່ນ-ລານສາກົນ ແລະ ໄດ້ຝຶກຊ້ອມຢ່າງໜັກ, ແຕ່ຫຼ້າສຸດໄດ້ຮັບແຈ້ງບໍ່ໄດ້ສິດເຂົ້າຮ່ວມ ແນ່ນອນຮູ້ສຶກເສຍດາຍ. ຢ່າງໃດກໍຕາມ ກໍຈະສືບຕໍ່ຝຶກຊ້ອມ ເພື່ອເຂົ້າຮ່ວມລາຍການອື່ນໆຕໍ່ໄປ.

ສໍາລັບ ວັນທີ 15 ກໍລະກົດ 2021 ຈະເປັນມື້ທີ່ທັບນັກກີລາອອກເດີນທາງໄປປະເທດຍີ່ປຸ່ນ ເຊິ່ງມີຄະນະນໍາ 4 ທ່ານ, ສ່ວນຄະນະຄູຝຶກ ແລະ ນັກກີລາ ລວມ 9 ທ່ານ. ຂະນະທີ່ ນັກກີລາລາວທີ່ໄດ້ສິດເຂົ້າຮ່ວມ ໂອແລມປິກ 2020 ມີ 4 ຄົນຄື:
1.ທ້າວ ສຸພະໄຊ ສິດທິສານ ນັກກີລາຢູໂດ ຄວາມຫວັງຈະລົງແຂ່ງຂັນໃນຮຸ່ນ 60 ກິໂລ
2.ນາງ ສິຣິອາລົມ ບຸດຈະເລີນ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
3.ທ້າວ ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
4.ນາງ ສິຣິນາ ພະອໍາໄພ ນັກກີລາແລ່ນ-ລານ ປະເພດແລ່ນ 110 ແມັດ