ທາງການ ຢູຟາ ປະກາດ 11 ນັກເຕະຕິດທີມດີເດັ່ນປະຈໍາການແຂ່ງຂັນບານເຕະ ຢູໂຣ 2020 ນຳໂດຍນັກເຕະ ອິຕາລີ ແລະ ອັງກິດ

588

ດັ່ງທີ່ຮູ້້ການແຂ່ງຂັນບານເຕະ ຢູໂຣ 2020 ປິດສາກຢ່າງເປັນທາງການ ແລະ ແຊັມຕົກເປັນຂອງ ທີມຊາດອິຕາລີ ຫຼ້າສຸດ ສະຫະພັນບານເຕະເອີຣົບ ( ຢູຟາ ) ປະກາດຜ່ານເວັບໄຊທ໌ uefa.com ວ່າ: 11 ນັກເຕະທີ່ຕິດທີມດີເດັ່ນປະຈໍາລາຍການດັ່ງກ່າວໃນລະບົບ 4-3-3 ຢ່າງເປັນທາງການໃນຕອນແລງຂອງວັນທີ 13 ກໍລະກົດ 2021 ດັ່ງນີ້:
-ຜູ້ຮັກສາປະຕູ: ຈານລຸຍຈິ ດອນນາຣຸມມາ ຜູ້ຮັກສາປະຕູທີມຊາດອິຕາລີ

-ກອງຫຼັງ: ໄຄ ວອກເກີ ຈາກອັງກິດ, ເລໂອນາໂດ ໂບນຸຊຊີ ຈາກອິຕາລີ, ແຮຣີ ແມັກໄກວ ຈາກອັງກິດ ແລະ ເລໂອນາໂດ ສະປິນາຊຊໍລາ ຈາກອິຕາລີ

-ກອງກາງ: ປີແອ-ເອມິລ ຮອຍຈ໌ເບິກ ຈາກດານມາກ, ຈໍຈິນໂຢ ຈາກອິຕາລີ ແລະ ເພດຣິ ຈາກແອັດສະປາຍ

-ກອງໜ້າ: ເຟເດີຣິໂກ ເຄຍຊາ ຈາກອິຕາລີ, ໂຣເມໂລ ລູກາກູ ຈາກແບນຊິກ ແລະ ຣາຮີມ ສະເຕີລິງ ຈາກອັງກິດ.