ຄະນະພົວພັນຕ່າງປະເທດສູນກາງພັກ ປະກາດການແຕ່ງຕັ້ງຫົວໜ້າກົມຄົນໃໝ່

661

ໃນວັນທີ 14 ກໍລະກົດ 2021, ຄະນະພົວພັນຕ່າງປະເທດສູນກາງພັກ (ຄ​ຕ​ພ) ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປປລາວ; ຄໍາແນະນໍາ ການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XI; ມູນເຊື້ອວັນສ້າງຕັ້ງ ພັກ ປປລາວ ຄົບຮອບ 66 ປີ; ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 60 ປີ; ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ – ຈີນ ຄົບຮອບ 60 ປີ ໂດຍໃຫ້ກຽດປາຖະກະຖາໂດຍ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໂດຍມີບັນດາສະຫາຍໃນຄະນະບໍລິຫານງານພັກ, ພະນັກງານອາວຸໂສບໍານານ ແລະ ພະນັກງານ​ຫຼັກ​ແຫຼ່ງທົ່ວຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.


ການປາຖະກະຖາໃນຄັ້ງນີ້ ໄດ້ຈັດຂຶ້ນໃນໂອກາດລະນຶກວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 112 ປີ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ແລະ ຄວາມໝາຍສໍາຄັນ, ວິລະກຳອັນລ້ຳເລີດ, ທາດແທ້ ແລະ ອຸດົມການຂອງ ພັກ ປປລາວ ຕະຫຼອດໄລຍະ 60 ກວ່າປີຜ່ານມາ, ການເສຍສະຫຼະອັນໃຫຍ່ຫຼວງຂອງນັກຮົບປະຕິວັດ ແລະ ປະຊາຊົນລາວໃນການຕໍ່ສູ້ຢ່າງພິລະອາດຫານຕ້ານພວກຮຸກຮານຕ່າງດ້າວເພື່ອຍາດເອົາເອກະລາດແຫ່ງຊາດມາໃຫ້ແກ່ປະຊາຊົນລາວເຮົາ, ພ້ອມກັນນັ້ນ ສະຫາຍ ຫົວໜ້າ ຄຕພ ຍັງໄດ້ເຜີຍແຜ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ ປປລາວ ເພື່ອໃຫ້ບັນດາສະຫາຍສະມາຊິກພັກ, ພະນັກງານ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ, ເຊື່ອມຊຶມ ແລະ ກໍາແໜ້ນບັນດາເນື້ອໃນມະຕິກອງປະຊຸມໃຫຍ່ ໂດຍສະເພາະແມ່ນການຕີລາຄາຜົນໄດ້ຮັບ ແລະ ຂໍ້ຄົງຄ້າງ, ເອກະພາບໃນທິດທາງໜ້າທີ່ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ນໍາມາຜັນຂະຫຍາຍໂດຍຫັນເປັນແຜນງານ, ໂຄງການລະອຽດ, ມີແຜນວຽກຈຸດສຸມ ເພື່ອຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃນແຕ່ໄລຍະ, ພ້ອມກັນນີ້ ສະຫາຍຫົວໜ້າ ຄຕພ ຍັງໄດ້ຮຽກຮ້ອງໃຫ້ແກ່ສະມາຊິກພັກ ເປັນເຈົ້າການເຄົາລົບ ແລະ ປະຕິບັດກົດລະບຽບພັກ ປະຊາຊົນປະຕິວັດລາວ ສະໄໝທີ XI ຢ່າງເຂັ້ມງວດ.

ສະຫາຍຫົວໜ້າ ຄຕພ ຍັງໄດ້ເຜີຍແຜ່ປະຫວັດມູນເຊື້ອວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ກັບ ສປ ຈີນ ຄົບຮອບ 60 ປີ ຊຶ່ງການພົວພັນດັ່ງກ່າວໄດ້ຮັບການເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອ ຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ ຕາມທິດ 4 ດີ “ເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ຕິດພັນກັບການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊາຕາກໍາ ສັງຄົມນິຍົມລາວ – ຈີນ ໃຫ້ເກີດດອກອອກຜົນໃນທຸກດ້ານ.


ໃນໂອກາດດັ່ງກ່າວ ຍັງໄດ້ມີການມອບມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ສະເຫຼີມໄຊ ທະທົງສັກ ເປັນຫົວໜ້າກົມ ອາຊີ – ປາຊີຟິກ ແລະ ອາຟຣິກາ ຄົນໃໝ່ ແລະ ສະຫາຍ ຄໍາເຟື້ອງ ພັນທະໄຊ ເປັນຫົວໜ້າກົມ ຄົ້ນຄວ້າ – ສັງລວມ ຄົນໃໝ່ ຊຶ່ງສະຫາຍ ຫົວໜ້າ ຄຕພ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ທິດເຍຶອງທາງ ຕໍ່ 2 ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົມຄົນໃໝ່ ໃຫ້ສືບຕໍ່ເຊີດຊູຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ສືບຕໍ່ຮັດແໜ້ນຄວາມສາມັກຄີ, ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດໜ້າທີ່ຂອງຕົນ. ພ້ອມນັ້ນຍັງໄດ້ຊີ້ນໍາບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະໜ່ວຍພັກພາຍໃນ ຄຕພ ເພີ່ມທະວີການຊີ້ນໍາ – ນໍາພາຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການ ຂອງບັນດາສະຫາຍສະມາຊິກພັກ, ເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ.

(ຂ່າວ: ຄຕພ, ພາບ: ສຳນານ)