ຂ່າວຮ້າຍມື້ນີ້ພົບຜູ້ຕິດເຊື້ອໃໝ່ 75 ຄົນ ແຕ່ຂ່າວດີຄື ບໍ່ມີຕິດໃນຊຸມຊົນ

451

ການກວດພົບຜູ້ຕິດເຊື້ອໂຄວິດ-19 ໃນ ສປປ ລາວມື້ນີ້ຈຳນວນ 75 ກໍລະນີ ລ້ວນແມ່ນນຳເຂົ້າຈາກຕ່າງປະເທດຄືກວດພົບໃນແຮງງານທີ່ກັບມາລາວ ແລະຍັງຈະມີອີກຫຼາຍເພາະແຮງງານກຳລັງຫຼັງໄຫຼກັບບ້ານເກີດເມືອງນອນ ເນື່ອງຈາກສະພາບການລະບາດຢູ່ປະເທດທີ່ເຂົາເຮັດວຽກຢູ່ສະຖານະການກໍ່ໜັກໜ່ວງເຊັ່ນດຽວກັນ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດ COVID-19 ປະຈຳວັນທີ 14 ກໍລະກົດ 2021 ໃຫ້ຮູ້ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 13 ກໍລະກົດ 2021 ແມ່ນໄດ້ກວດວິເຄາະທັງໝົດ 1.888 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 75 ຄົນ, ຈາກ ນະຄອນຫຼວງ 06 ກໍລະນີ, ຈໍາປາສັກ 61 ກໍລະນີ, ສະຫວັນນະເຂດ 07 ກໍລະນີ ແລະ ຄໍາມ່ວນ 01 ກໍລະນີ ເຊິ່ງທັງໝົດ ແມ່ນກໍລະນີນຳເຂົ້າ ກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ.

ເຮັດໃຫ້ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.976 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 726 ຄົນ.

ແລະໃນວັນທີ 13 ກໍລະກົດ ຍັງມີຜູ້ເດີນທາງເຂົ້າມາ ຕາມຈຸດຜ່ານດ່ານຕ່າງໆ ໃນສປປ ລາວ ທັງໝົດ 2.773 ຄົນ ເຊິ່ງທັງໝົດ ແມ່ນຖືກເກັບຕົວຢ່າງກວດຊອກຫາເຊື້ອ ແລະ ເຂ້ົ້າໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ 14 ວັນ.