ໂຮງໝໍ ກະເສມຣາດ ສຳເລັດແລ້ວ 100% ພ້ອມເປີດໃຫ້ບໍລິການ 19 ສິງຫາ 2021 ນີ້

1085

ພາຍຫຼັງທີ່ໂຮງຫມໍກະເສມລາດ ໄດ້ຮັບການກໍ່ສ້າງສຳເລັດ 100% ໃນວັນທີ 13 ກໍລະກົດ ຜູ້ຮ່ວມລົງທຶນຝ່າຍລາວ ເຊີນຄະນະກ່ຽວຂ້ອງ ສາທາລະນະສຸກ ລົງມາກວດຄວາມພ້ອມຂອງໂຮງຫມໍກະເສມລາດ ອິນເຕີເນຊັນແນລ ວຽງຈັນ ທີ່ໄດ້ກຳນົດມື້ເປີດບໍລິການຢ່າງເປັນທາງການ ເພື່ອຮັບໃຊ້ ປິ່ນປົວຮັກສາ ສຸກຂະພາບ ຄົນເຈັບ ໃນ ສປປ ລາວ ໃນວັນທີ 19 ສິງຫາ 2021 ທີ່ຈະມາເຖິງນີ້.

ໂຮງໝໍກະເສມຣາດ ອິນເຕີເນຊັ່ນແນລ ວຽງຈັນ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນພຶດສະພາ ປີ 2018 ໂດຍແບ່ງອອກເປັນ 2 ໄລຍະການກໍ່ສ້າງ, ດ້ານງົບລົງທຶນ 60 ລ້ານໂດລາສະຫະລັດ ຫຼື ປະມານ 480 ຕື້ກີບ, ມີອາຄານທັງໝົດ 4 ຫຼັງ ມີ 38 ຫ້ອງກວດ, 254 ຕຽງນອນ. ມາຮອດປັດຈຸບັນການກໍ່ສ້າງໂຮງໝໍດັ່ງກ່າວຄືບໜ້າປະມານ 100%, ດ້ານເຈົ້າຂອງໂຄງການຢືນຢັນ ຈະເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 19 ສິງຫາ 2021 ນີ້.

ໂຮງໝໍກະເສມຣາດ ອິນເຕເນຊັນແນລ ວຽງຈັນ ຕັ້ງຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ການກໍ່ສ້າງໂຮງໝໍແມ່ນໄດ້ຮັບຮອງມາດຕະຖານດ້ານຄຸນນະພາບສະຖານພະຍາບານລະດັບສາກົນ ຫຼື JCI ແລະ ຈາກສະຖາລັນສະຖາປານິກອະເມລິກາ AIA ໂດຍການບໍລິການລວມມີ ດ້ານການປິ່ນປົວນັບແຕ່ການກວດເບົ່ງມະຕິ ແລະ ການປິ່ນປົວແບບຄົບວົງຈອນດ້ວຍເຄື່ອງມືທີ່ທັນສະໄໝ, ມີແພດໝໍທີ່ຊ່ຽວຊານ ແລະ ມີປະສົບການສູງໃນແຕ່ລະດ້ານ.