ຈະລົງມືກໍ່ສ້າງເສັ້ນທາງຍຸດທະສາດລຽບຕາມຊາຍແດນ ລາວ-ໄທ ເມືອງແກ່ນທ້າວ ມີຄວາມຍາວ 31,4ກິໂລແມັດ

987

ພິທີເຊັນສັນຍາໂຄງການຮັບ ເໝົາກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ລາວ-ໄທ ບ້ານຫາດແດງ, ບ້ານເວີນຄຳ, ປາກນ້ຳເຮືອງ ເມືອງແກ່ນທ້າວ ແຂວງໄຊຍະບູລີ ລະຫວ່າງ ກອງ ບັນຊາການທະຫານແຂວງໄຊຍະ ບູລີ ເຈົ້າຂອງໂຄງການ ກັບ ບໍລິ ສັດລາຊາໂຊກກໍ່ສ້າງ ຈຳກັດຜູ້ດຽວເປັນຜູ້ຮັບເໝົາກໍ່ສ້າງ ໄດ້ຈັດ ຂຶ້ນໃນວັນທີ 9 ກໍລະກົດ 2021 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນສອງຂອງ ກອງບັນຊາການທະຫານແຂວງ ໄຊຍະບູລີ

ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ກູດ ພົມມາ ເລຂາຄະນະພັກ ຫົວໜ້າການທະຫານ ກອງບັນ ຊາການທະຫານແຂວງໄຊຍະບູ ລີ, ມີສະຫາຍ ເກດແກ້ວ ບຸນວົງ ອຳນວຍການບໍລິສັດລາຊາໂຊກ ຈຳກັດຜູ້ດຽວ, ມີບັນດາຄະນະ ພັກ-ຄະນະບັນຊາ, ພ້ອມດ້ວຍພະ ນັກງານວິຊາການທີ່ມາຈາກກົມ ຊ່າງແສງ ກົມໃຫຍ່ເສນາທິການ ກອງທັບ ເຂົ້າຮ່ວມ.

ສະຫາຍ ພັນໂທ ຄຳເຟື່ອນ ບຸນມີ ຫົວໜ້າຫ້ອງການກອງບັນ ຊາການທະຫານແຂວງໄຊຍະບູລີ ໄດ້ຂຶ້ນຜ່ານບັນດາຂໍ້ຕົກລົງຂອງ ຂັ້ນເທິງ ວ່າດ້ວຍການອະນຸມັດໃຫ້ ບໍລິສັດລາຊາໂຊກຮັບເໝົາໂຄງ ການກໍ່ສ້າງເສັ້ນທາງຍຸດທະສາດ ລຽບຕາມຊາຍແດນ ລາວ-ໄທ ບ້ານຫາດແດງ, ບ້ານເວີນຄຳ, ປາກນໍ້າເຫືອງໂຄງການກໍ່ສ້າງ ເສັ້ນທາງດັ່ງກ່າວ ມີຄວາມຍາວ 31,4ກິໂລແມັດ, ລວງກວ້າງ ຂອງໜ້າທາງ 5 ແມັດ, ກຳນົດ ເວລາໃນການກໍ່ສ້າງ 36 ເດືອນ, ເຊິ່ງຈະເລີ່ມລົງມືກໍ່ສ້າງນັບແຕ່ ວັນທີ 30 ກໍລະກົດ 2021 – 30 ກໍ ລະກົດ 2024 ໃຫ້ສໍາເລັດຕາມ ແຜນການ ໃຊ້ມູນຄ່າໃນການກໍ່ສ້າງ ທັງໝົດ 78 ຕື້ກວ່າກີບ, ໂອກາດ ນີ້, ທັງສອງຝ່າຍຍັງໄດ້ລົງນາມ ເຊັນບົດບັນທຶກສັນຍາຮັບເໝົາ ລະຫວ່າງ ເຈົ້າຂອງໂຄງການ ກັບ ບໍລິສັດຜູ້ຮັບເໝົາ ໂດຍຊ້ອງໜ້າພະ ນັກງານວິຊາການທັງສອງຝ່າຍ.

ສະຫາຍ ພົນຈັດຕະວາ ກູດ ພົມມາ ຍັງໄດ້ກ່າວເນັ້ນບາງບັນຫາຕໍ່ພາກສ່ວນທີ່ກ່ຽວຂ້ອງໃຫ້ ເອົາໃຈໃສ່ໃນການປະກອບການ ຢ່າງສຸດຈະລິດຖືກຕ້ອງກົງຕໍ່ເວ ລາ ຖືເອົາໃບສັນຍາທີ່ລົງນາມ ໃນຄັ້ງນີ້ເປັນມາດຖານໃນການ ຮ່ວມງານຂອງທັງສອງຝ່າຍ ແລະ ເຮັດວຽກຢ່າງມີແບບແຜນມີການ ພົວພັນປະສານສົມທົບເຊິ່ງກັນ ແລະ ກັນຢ່າງກົມກຽວວ່ອງໄວຕໍ່ ເນື່ອງ, ທັງນີ້ກໍເພື່ອຮັບປະກັນເຮັດ ໃຫ້ໂຄງການດັ່ງກ່າວປະສົບຜົນ ສຳເລັດ ແລະ ມີປະສິດທິຜົນສູງ.

ໂດຍ: ສົມຈີນ ສິນຕະວັນ, ໜັງສືພິມກອງທັບ