ອ່ານຕໍ່! ດວງການງານ ການເງິນ ຂອງແຕ່ລະລາສີໃນເດືອນກໍລະກົດຈະເປັນແນວໃດ?

887

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ສືບເນື່ອງຈາກອາທິດທີ່ຜ່ານມາ ຜູ້ຂຽນໄດ້ນໍາສະເໜີກ່ຽວກັບດວງຊາຕາເລື່ອງວຽກງານ ການເງິນ ປະຈໍາເດືອນກໍລະກົດ 2021 ຂອງຄົນເກີດແຕ່ລະລາສີ ເຊິ່ງກ່ອນໜ້ານີ້ຜູ້ຂຽນໄດ້ນໍາສະເໜີໄປແລ້ວ 6 ລາສີ ແລະ ອາທິດນີ້ ພວກເຮົາມາອັບເດດນໍາກັນຕື່ມອີກ 6 ລາສີ.

May be an image of crustacean and text that says 'Cancer'

ລາສີກໍລະກົດ ( ຜູ້ທີ່ເກີດລະຫວ່າງວັນທີ 15 ກໍລະກົດ ຫາ 16 ສິງຫາ ) ວຽກງານໃນເດືອນນີ້ທ່ານອາດຕ້ອງຖືວຽກສອງຢ່າງພ້ອມກັນ ເຖິງແມ່ນວ່າອີກວຽກໜຶ່ງຈະບໍ່ຢາກຮັບໄວ້ເລີຍແຕ່ກໍປ່ອຍບໍ່ໄດ້ ເພາະທ່ານບໍ່ສາມາດເລືອກໄດ້, ນອກຈາກນີ້ວຽກຂອງທ່ານມີຍັງມີເກນເກີດການປ່ຽນແປງໃຫ້ກຽມຮັບມືໃຫ້ດີ; ສ່ວນເລື່ອງການເງິນ ຄ່າໃຊ້ຈ່າຍໃນເດືອນນີ້ຂອງທ່ານ ສ່ວນຫຼາຍຈະເປັນເລື່ອງກ່ຽວກັບຄົນຮັກ ຄອບຄົວ ຫຼື ການຊື້ເຄື່ອງໃຫ້ຄົນອື່ນຫຼາຍກວ່າໃຫ້ຕົນເອງ.

May be an image of text that says 'Leo'

ລາສີສິງ ( ຜູ້ທີ່ເກີດລະ ຫວ່າງວັນທີ 17 ສິງຫາ ຫາ 16 ກັນຍາ ) ທ່ານຈະມີວຽກດ່ວນເຂົ້າມາຫຼາຍຂຶ້ນ ເຊິ່ງວຽກນັ້ນອາດຖືກສັ່ງມາແບບກະທັນຫັນ ບາງເທື່ອທ່ານກໍຕ້ອງມານັ່ງຕັດສິນໃຈເອງວ່າເຂົາຢາກໄດ້ວຽກນັ້ນແທ້ບໍ່; ສ່ວນເລື່ອງເງິນ ທ່ານຍັງມີເລື່ອງໃຫ້ຕ້ອງໃຊ້ເງິນຢູ່ຕະຫຼອດ ເຊິ່ງສ່ວນໃຫຍ່ແລ້ວຈະໃຊ້ໄປກັບເລື່ອງຂອງຕົນເອງ ແລະ ມີຄວາມຄິດຢາກລົງທຶນກັບບາງຢ່າງໃນໄລຍະນີ້ ແຕ່ຂໍໃຫ້ທ່ານເກັບເງິນສົດໄວ້ກ່ອນເພາະມັນຈະດີກັບທ່ານຫຼາຍກວ່າ.

May be an image of 1 person and text that says 'Virgo'

ລາສີກັນ ( ຜູ້ທີ່ເກີດລະ ຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ ) ວຽກຂອງທ່່ານບໍ່ຄ່ອຍເດີນໜ້າ ມີເລື່ອງໃຫ້ຖົກຖຽງ ຫຼື ປັບປ່ຽນກັບຄົນໃນທີມຢູ່ສະເໝີ ໃນເດືອນນີ້ອາດມີຄົນລາອອກ ຫຼື ຕົວທ່ານເອງອາດມີການປ່ຽນແປງ ເຮັດໃຫ້ວຽກຍັງບໍ່ເປັນຮູບເປັນຮ່າງ. ນອກຈາກນີ້, ຈະຕ້ອງລະວັງການມີບັນຫາກັບເພື່ອນຮ່ວມງານ ເຮັດໃຫ້ບັນຍາກາດການເຮັດວຽກປ່ຽນໄປ; ສ່ວນເລື່ອງເງິນ ເປັນເດືອນທີ່ເລື່ອງການເງິນຂ້ອນຂ້າງເມື່ອຍ ທ່ານຈະມີຄ່າໃຊ້ຈ່າຍຢ່າງກະທັນຫັນເຂົ້າມາ ຫຼື ມີເຄື່ອງເປ່ເພໃຫ້ໄດ້ສ້ອມແປງຊື້ໃໝ່ ບໍ່ວ່າຫຍັງກໍແລ້ວແຕ່ທີ່ຈໍາເປັນຕ້ອງຊື້ຫຼຸດໂຜ່ເຂົ້າມາ ລວມໄປເຖິງຈະມີຄົນເຂົ້າມາຂໍຄວາມຊ່ວຍເຫຼືອເລື່ອງເງິນແບບທີ່ທ່ານປະຕິເສດບໍ່ໄດ້.

May be an image of text that says 'Libra'

ລາສີຕຸນ ( ຜູ້ທີ່ເກີດລະ ຫວ່າງວັນທີ 17 ຕຸລາ ຫາ 15 ພະຈິກ ) ເດືອນນີ້ວຽກຂອງທ່ານມີບັນຫາຂ້ອນຂ້າງຫຼາຍ ລະວັງການຖືກຫັກຫຼັງ ຫຼື ຄໍາເວົ້າບໍ່ເປັນຄໍາເວົ້າຈາກອີກຝ່າຍເຮັດໃຫ້ທ່ານເດືອດຮ້ອນ ວຽກຂອງທ່ານອາດແລ້ວບໍ່ກົງຕາມເວລາກໍານົດ; ສ່ວນເລື່ອງເງິນ ໃນເດືອນນີ້ຕ້ອງລະວັງເງິນທີ່ໄດ້ມາອາດຖືກນໍາໄປໃຊ້ໜີ້ຈ່າຍບິນ ຫຼື ພາລະທີ່ຄ້າງມາຈາກເດືອນກ່ອນ ເຮັດໃຫ້ທ່ານອາດເຫຼືອເງິນສໍາລັບໃຊ້ຈ່າຍຕໍ່ບໍ່ຫຼາຍ ແລະ ອາດມີຄ່າໃຊ້ຈ່າຍພາຍໃນຄອບຄົວຫຼາຍຂຶ້ນ.

May be an image of text

ລາສີພະຈິກ ( ຜູ້ທີ່ເກີດລະຫວ່າງວັນທີ 16 ພະຈິກ ຫາ 15 ທັນວາ ) ວຽກງານຂອງທ່ານໃນເດືອນນີ້ມີເກນທີ່ຄົນໃນທີມຈະລາອອກຈາກວຽກ ເຮັດໃຫ້ທ່ານຕ້ອງໄດ້ຮັບວຽກໃນສ່ວນນັ້ນແທນ ຫຼື ຕົນທ່ານເອງຈະໄດ້ຮັບຄໍາສັ່ງໃຫ້ປ່ຽນແປງວຽກ ອອກຈາກວຽກກະທັນຫັນໄດ້ ເຮັດໃຫ້ຕົວທ່ານເອງຮູ້ສຶກບໍ່ມີທາງໄປ; ສ່ວນເລື່ອງເງິນ ທ່ານມີເກນຈະໄດ້ຮັບເງິນຈາກປະກັນ ຫຼື ຫາກໄປຂໍຜ່ອນຜັນບາງຢ່າງຈາກທະນາຄານ ກໍສາມາດເຮັດໄດ້ ແຕ່ອາດບໍ່ໄດ້ຕາມຈໍານວນ ຫຼື ໃນໄລຍະເວລາທີ່ທ່ານຄິດ ໄວ້, ນອກຈາກນີ້ຄ່າໃຊ້ຈ່າຍໃນຄອບຄົວກໍຫຼາຍຂຶ້ນຈົນເຮັດໃຫ້ເກີດມີຄວາມຕຶງຄຽດ.

May be an image of text that says 'Sagittarius'

ລາສີທະນູ ( ຜູ້ທີ່ເກີດລະຫວ່າງວັນທີ 16 ທັນວາ ຫາ 13 ມັງກອນ ) ທ່ານກໍາລັງຈະຖືກທວງວຽກ ຫຼື ວຽກຂອງທ່ານມັນຮອດໄລຍະໃກ້ເຂົ້າມາເລື້ອຍໆ ເຮັດໃຫ້ທ່ານຕ້ອງເລັ່ງມືກັບວຽກ ແລະ ຕ້ອງລະວັງວ່າວຽກຂອງທ່ານອາດຖືກເລື່ອນອອກໄປ ເພາະບໍ່ແລ້ວຕາມກໍານົດ; ສ່ວນເລື່ອງເງິນ ທ່ານຍັງຄົງມີຄ່າໃຊ້ຈ່າຍຫຼາຍຢູ່ ໂດຍສະເພາະເລື່ອງສຸຂະພາບ ຫຼື ການຍ້າຍທີ່ຢູ່ອາໄສ ລວມໄປເຖິງຈ່າຍໃຫ້ສິ່ງໃດກໍແລ້ວແຕ່ທີ່ເປັນຄ່າຄ້າງຈ່າຍດົນມາແລ້ວ ແລະ ມີເກນເດືອດຮ້ອນເລື່ອງເງິນຈົນເຖິງຂັ້ນອາດຕ້ອງຂາຍບາງຢ່າງເພື່ອຄອງຊີວິດ.

ທີ່ມາ: https://www.sanook.com/horoscope/209541/