ອີຢູ ປັບເພີ່ມເປົ້າໝາຍເງິນເຟີ້ ແລະ ຮ່ວມແກ້ໄຂໂລກຮ້ອນ

196

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງສະຫະພາບເອີຣົບ ( ECB ) ໄດ້ປະກາດປັບຂຶ້ນເປົ້າໝາຍເງິນເຟີ້ ພ້ອມກັບເປີດເຜີຍນະໂຍບາຍໃໝ່ຂອງທະນາຄານໃນການຮ່ວມມືໃນການແກ້ໄຂບັນຫາໂລກຮ້ອນ ເຊິ່ງຖືວ່າເປັນການປັບປຸງນະໂຍບາຍຄັ້ງໃຫຍ່ໃນປະຫວັດສາດ ນັບແຕ່ສ້າງຕັ້ງສະຫະພາບເອີຣົບ ( ອີຢູ ) ເປັນຕົ້ນມາ.

ລາຍງານລະບຸວ່າ: ອີຊີບີ ຈະປັບຂຶ້ນເປົ້າໝາຍເງິນເຟີ້ ຈາກທີ່ກຳນົດໄວ້ບໍ່ໃຫ້ເກີນ 2% ແຕ່ອະນຸຍາດໃຫ້ດັດສະນີລາຄາຜູ້ບໍລິໂພກ ( CPI ) ຫຼື ເງິນເຟີ້ສາມາດເກີນ 2% ໄດ້ ຫາກມີຄວາມຈຳເປັນ.

ອີຊີບີ ລະບຸວ່າ: ເປົ້າໝາຍເງິນເຟີ້ຈາກເດີມທີ່ກຳນົດ “ ຢູ່ໃກ້ ແຕ່ບໍ່ເກີນລະດັບ 2% ” ໄດ້ສ້າງຄວາມກັງວົນໃຫ້ ອີຊີບີ ຫຼາຍກວ່າເງິນເຟີ້ຢູ່ຕ່ຳກວ່າເປົ້າໝາຍ, ດັ່ງນັ້ນ ອີຊີບີ ຈຶ່ງໄດ້ຂໍ້ສະຫຼຸບວ່າການປັບຂຶ້ນຂອງດັດສະນີລາຄາຜູ້ບໍລິໂພກ ທັງຢູ່ຕໍ່າກວ່າ ແລະ ເໜືອກວ່າເປົ້າໝາຍ 2% ອີຊີບີ ລ້ວນແຕ່ບໍ່ປາຖະໜາ ແຕ່ພາຍໃຕ້ບາງສະຖານະການທີ່ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຈາກນະໂຍບາຍການເງິນທີ່ເຂັ້ມແຂງ ແລະ ຕໍ່ເນື່ອງ ໂດຍເງິນເຟີ້ສາມາດເພີ່ມຂຶ້ນເໜືອລະດັບເປົ້າໝາຍໃນໄລຍະສັ້ນ ໄດ້.

ນອກຈາກນີ້, ອີຊີບີ ຍັງສະແດງຄວາມບໍ່ພໍໃຈຕໍ່ການສ້າງດັດສະນີ ຊີພີໄອ ຂອງສຳນັກງານສະຖິຕິແຫ່ງສະຫະພາບເອີຣົບທີ່ຍົກເວັ້ນການນຳຄ່າໃຊ້ຈ່າຍໃນການກໍ່ສ້າງທີ່ຢູ່ອາໄສຫຼາຍລາຍການເຂົ້າໃນການຄຳນວນດັດສະນີ ແຕ່ອີຊີບີ ລະບຸວ່າການແກ້ໄຂການຄຳນວນດັ່ງກ່າວອາດຕ້ອງໃຊ້ເວລາອີກຫຼາຍປີ ເຊິ່ງ ອີຊີບີ ຈະເບິ່ງດັດສະນີອື່ນມາເປັນມາດຖານອື່ນເປັນຕົວຊີ້ບອກເງິນເຟີ້ຕໍ່ໄປ.