ຫວຽດນາມ ພົບຜູ້ຕິດເຊື້ອໃໝ່ເກີນ 2 ພັນຄົນ ເປັນຄັ້ງທຳອິດ

354

ສຳນັກຂ່າວຕ່າງປະເທດລາຍງານວ່າເມື່ອວັນທີ 13 ກໍລະກົດ 2021 ວ່າ ກະຊວງສາທາລະນະສຸກຫວຽດນາມລາຍງານວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ 2.383 ຄົນໃນຮອບ 24 ຊົ່ວໂມງຜ່ານມາ ເຊິ່ງເປັນຕົວເລກສູງທີ່ສຸດນັບແຕ່ມີການລະບາດໃນຫວຽດນາມເປັນຕົ້ນມາ, ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມຢູ່ທີ່ 32.199 ຄົນ.

ປັດຈຸບັນຍັງມີຜູ້ຕິດເຊື້ອກຳລັງປິ່ນປົວຢູ່ໂຮງໝໍ 22.743 ຄົນ. ຂະນະທີ່ຍອດຜູ້ເສຍຊີວິດສະສົມຢູ່ທີ່ 125 ຄົນ ເພີ່ມຂຶ້ນ 6 ຄົນ.
ທັງນີ້ ນະຄອນໂຮຈີ່ມິນ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງຫວຽດນາມ ກາຍເປັນສູນກາງການແຜ່ລະບາດໃນຂະນະນີ້ ໂດຍກວດພົບຜູ້ຕິດເຊື້ອ 1.764 ຄົນພາຍໃນ 1 ວັນ ໂດຍທາງການຂອງນະຄອນໂຮຈີ່ມິນ ໄດ້ຂະຫຍາຍເວລາມາດຕະການລັອດດາວອອກໄປອີກ 14 ວັນ ໂດຍເລີ່ມແຕ່ວັນທີ 9 -22 ກໍລະກົດ.

ຂະນະທີ່ໃນນະຄອນຫຼວງຮາໂນ້ຍ ກໍໄດ້ຍົກລະດັບມາດຕະການຄວບຄຸມຂຶ້ນອີກຂັ້ນເປັນເວລາ 14 ວັນ ນັບແຕ່ວັນທີ 13 ກໍລະກົດເປັນຕົ້ນໄປ ໂດຍຫ້າມກິດຈະກຳຕ່າງໆທີ່ມີຄົນເຂົ້າຮ່ວມເກີນ 10 ຄົນ, ຂະນະທີ່ຮ້ານບໍລິການສະຜົມ, ຮ້ານນວດ, ສວນສາທາລະນະໄດ້ສັ່ງປິດຊົ່ວຄາວ.

ມາຮອດປັດຈຸບັນ ຫວຽດນາມໄດ້ສັກວັກແຊັງປ້ອງກັນໂຄວິດ-19 ໃຫ້ປະຊາຊົນເຂັມທຳອິດປະມານ 4 ລ້ານຄົນ ແລະ ສັກຄົບ 2 ເຂັມແລ້ວເກືອບ 3 ແສນຄົນ.