ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຈັດພິທີປະກາດແຕ່ງຕັ້ງຮອງລັດຖະມົນຕີກະຊວງ ຮສສ ຂຶ້ນວັນທີ 13 ກໍລະກົດນີ້ ທີ່ເຮືອນຮັບແຂກກະຊວງດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍນາງໃບຄຳ ຂັດທິຍະ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ຮສສ ມີບັນດາຄະນະບໍລິຫານງານພັກກະຊວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພະນັກງານນຳພາ-ຄຸ້ມຄອງຫຼັກແຫຼ່ງເຂົ້າຮ່ວມ.
ໃນພິທີ ທ່ານ ສີອຳພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ດຳລັດຂອງນາຍົກລັດຖະມົນ ຄື: ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກສະບັບເລກທີ 131/ຄລສພ, ລົງວັນ 21 ມິຖຸນາ 2021 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງທ່ານ ປະເດີມພອນສົນທະນີ ເປັນຮອງເລຂາຄະນະບໍລິຫານງານພັກ.
ມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 132/ຄລພສ ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງ ທ່ານ ລີປາວ ຢ່າງ ເປັນກຳມະການປະຈຳພັກກະຊວງ ແລະ ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 133/ຄລພສ ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງທ່ານ ສີສະຫວາດ ກົມພົນ ເປັນກຳມະການຄະນະພັກ.
ຕາງໜ້າຄະນະຈັດຕັ້ງສູນກາງພັກຍັງໄດ້ຜ່ານດຳລັດນາຍົກລັດຖະມົນຕີ ສະບັບເລກທີ 433/ນຍ,ລົງວັນທີ 21ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ພົງໄຊ ສັກອິນຖາລາດ ເປັນຮອງລັດຖະມົນຕີ ແລະ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 434, ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງທ່ານ ລີປາວ ຢ່າງ ເປັນຮອງລັດຖະມົນຕີ.
ໃນພິທີ, ສະຫາຍນາງ ໃບຄຳ ຂັດທິຍະ ໄດ້ໃຫ້ກຽດໂອ້ລົມ, ຕີລາຄາສູງ ແລະ ຊີ້ນຳຕໍ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ພ້ອມສະແດງຄວາມຊົມເຊີຍທີ່ຈະເປັນກຳລັງແຮງໃນການນຳພາວຽກງານຂອງກະຊວງ ແລະ ເປັນແບບຢ່າງນຳໜ້າເສຍສະຫຼະເພື່ອສ່ວນລວມ, ສ້າງຄວາມສາມັກຄີ, ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານໃນຂະແໜງການ ຮສສ ຢ່າງມີປະສິດທິພາບ.
(ຂ່າວ: ວັນເພັງ ພາບ: ພູວັນ)