ວັກຊິນໂຕໃໝ່ກຳລັງມາ 1 ລ້ານໂດສ ຊ່ວຍສ້າງພູມຄຸ້ມກັນໃຫ້ປະຊາຊົນລາວ

870

ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວ ສປປ ລາວ ຈະໄດ້ຮັບວັກແຊັງປ້ອງກັນໂຄວິດ-19 ຍີ່ຫຍໍ້ Johnson & Johnson ຈໍານວນ 1 ລ້ານໂດສ ຈາກໂຄງການ COVAX Facility ວັນທີ 15 ກໍລະກົດນີ້ ແລະ ມາຮອດປັດຈຸບັນມີປະຊາຊົນ ໄດ້ຮັບການສັກວັກຊີນເຂັມ 1 ກວມ 14% ແລະ ເຂັມ 2 ກວມ 8% ຂອງຈຳນວນປະຊາກອນທັງໝົດ.


ທ່ານ ດຣ.ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈຳວັນທີ 13 ກໍລະກົດ 2021 ວ່າ: ການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ໃນໂລກ-ພາກພື້ນ ແລະ ປະເທດໃກ້ຄຽງຂອງ ສປປ ລາວ ຍັງມີການລະບາດຢູ່ ແລະ ຍັງບໍ່ທັນມີທ່າອ່ຽງທີ່ຈະຢຸດຕິ ເຊິ່ງມີລາຍງານຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ເປັນຈໍານວນຫຼວງຫຼາຍໃນແຕ່ລະວັນ.


ສະເພາະ ສປປ ລາວເຮົາ ສະພາບການລະບາດກໍ່ເຫັນວ່າ ຍັງມີການລະບາດຢູ່ໃນຊຸມຊົນ ໃນບາງແຂວງຢູ່ ເຊິ່ງຍັງມີຄວາມສ່ຽງສູງ ທີ່ຈະລະບາດໄປໃນວົງກວ້າງ, ຖ້າເຮົາ ບໍ່ປະຕິບັດມາດຕະການຢ່າງເຂັ້ມງວດ ເປັນຕົ້ນ ການເຝົ້າລະວັງ ຕາມຈຸດຊາຍແດນ ແລະ ປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ. ແຕ່ຢ່າງໃດກໍ່ຕາມສະພາບການລະບາດໃນຊຸມຊົນປະເທດຂອງພວກເຮົາ ຫຼຸດຜ່ອນລົງ ກໍ່ຍ້ອນມີມາດຕະການທີ່ເຂັ້ມງວດຂອງຄະນະສະເພາະກິດ ແລະ ຄວາມປະກອບສ່ວນຂອງບັນດາທ່ານ, ພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ແຕ່ພວກເຮົາຍັງມີຄວາມສ່ຽງສູງຕໍ່ການແຜ່ເຊື້ອ ເນື່ອງຈາກມີແຮງງານລາວ ກັບຄືນປະເທດເປັນຈຳນວນຫຼວງຫຼາຍ.

ໃນນັ້ນ, ຈາກການເກັບຕົວຢ່າງກວດຫາເຊື້ອ ພົບວ່າແຮງງານທີ່ກັບມານັ້ນ ມີອັດຕາການຕິດເຊື້ອ ຫຼາຍກວ່າ 15% ເຊິ່ງເປັນໄພຂົ່ມຂູ່ຕໍ່ການແຜ່ເຊື້ອ ແລະ ລະບາດໃນວົງກວ້າງ ໃນປະເທດພວກເຮົາ. ດັ່ງນັ້ນ, ພວກເຮົາຈຳເປັນຕ້ອງໄດ້ເອົາໃຈໃສ່ ວຽກງານກັ່ນຕອງ, ຄົ້ນຫາກໍລະນີຢ່າງເຄັ່ງຄັດ ແລະ ຂໍຮຽກຮ້ອງໃຫ້ ພໍ່ແມ່, ພີ່ນ້ອງ, ປະຊາຊົນ ເປັນຫູເປັນຕາຊ່ວຍກັນ ໃນການແຈ້ງ, ລາຍງານ ຜູ້ທີ່ເຂົ້າມາບໍ່ຖືກຕ້ອງຕາມລະບຽບຫຼັກການໃຫ້ລາຍງານຄະນະສະເພາະກິດ ເພື່ອມາເກັບຕົວຢ່າງ ແລະ ຈໍາກັດບໍລິເວນ ເພື່ອຕັດວົງຈອນການລະບາດ ບໍ່ໃຫ້ແຜ່ລາມໄປສູ່ຊຸມຊົນ.


ຄະນະສະເພາະກິດ ຈະສົມທົບ ແລະ ຊຸກຍູ້ໃຫ້ບັນດາແຂວງ ໃນການກະກຽມໂຮງໝໍພາກສະໜາມ ແລະ ສະຖານທີ່ຈຳກັດບໍລິເວນ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ເພື່ອຮອງຮັບແຮງງານທີ່ກັບເຂົ້າມາທັງປະເທດຢ່າງຫຼວງຫຼາຍ.

ທ່ານ ດຣ.ສະໜອງ ທອງຊະນະ ກ່າວຕື່ມອີກວ່າ: ປັດຈຸບັນ ຄະນະສະເພາະກິດ ພວກເຮົາໄດ້ສຸມໃສ່ ປົກປ້ອງ ປະຊາຊົນດ້ວຍການສັກວັກແຊັງ ເຊິ່ງມີເປົ້າໝາຍໃນທ້າຍປີ 2020 ໃຫ້ໄດ້ 50% ແລະ ມາຮອດວັນທີ 13 ກໍລະກົດ 2021 ສາມາດສັກວັກແຊັງເຂັມທີ 1 ໄດ້ 1.030.461 ໂດສ ຫຼື ປະມານ 14% ຂອງປະຊາກອນໃນຂອບເຂດທົ່ວປະເທດ ແລະ ເຂັມທີ 2 ໄດ້ 647.872 ໂດສ ປະມານ 8% ແລະ ປັດຈຸບັນ ກໍາລັງຢູ່ໃນໄລຍະດໍາເນີນການສັກວັກແຊັງເຂັມທີ 2 ຈຶ່ງຮຽກຮ້ອງໃຫ້ ພໍ່ແມ່, ປະຊາຊົນ ຜູ້ທີ່ໄດ້ຮັບເຂັມທີ 1 ໃຫ້ມາຮັບວັກຊີນເຂັມທີ 2 ໃຫ້ໄດ້ຄົບຕາມກຳນົດ.

ພ້ອມກັນນັ້ນ ໃນວັນທີ 15 ກໍລະກົດນີ້ ພວກເຮົາຈະໄດ້ຮັບວັກຊີນເຂົ້າມາ ຈາກການຊ່ວຍເຫຼືອຂອງໂຄງການ COVAX Facility ກໍຄື Johnson & Johnson/Janssen (J&J/Janssen) ຈຳນວນ 1 ລ້ານໂດສ ແລະ ຈະແຈກຢາຍ ທຸກແຂວງທົ່ວປະເທດ. ໃນມໍ່ໆນີ້ ພວກເຮົາຈະໄດ້ຮັບວັກຊີນ ສະໜອງໃຫ້ພໍ່ແມ່, ພີ່ນ້ອງ, ປະຊາຊົນ ຢ່າງຕໍ່ເນື່ອງ ຄົບຕາມຄາດໝາຍທີ່ວາງໄວ້ໃນປີນີ້.