ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ອົງການຢູນິໂດ ຈະຍົກສູງການຮ່ວມມື

1472

ໃນວັນທີ 13 ກໍລພກົດ 2021 ທີ່ກະຊວງ ອຄ, ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຕ້ອນຮັບທ່ານ ທ່ານ ສົມໝາຍ ຟ້າມິ່ງ ຜູ້ຕາງໜ້າຫ້ອງການອົງການ ຢູນິໂດ(UNIDO) ປະຈຳ ສປປ ລາວ ເຂົ້າຢ້ຽມຄຳນັບ  ເພື່ອສະແດງຄວາມຍິນດີເນື່ອງໃນໂອກາດທີ່ທ່ານໄດ້ຮັບຕໍາແໜ່ງ ລັດຖະມົນຕີ ກະຊວງ ອຄ ແລະ ພ້ອມກັນນີ້ ກໍເພື່ອລາຍງານໃຫ້ທ່ານຊາບກ່ຽວກັບການຮ່ວມມືລະຫວ່າງ ກະຊວງ ອຄ ແລະ ອົງການ UNIDO.

ທ່ານ ຄໍາແພງ ໄຊສົມແພງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການຮ່ວມມືໃນໄລຍະຜ່ານມາຂອງກະຊວງ ອຄ ແລະ UNIDO ເຊິ່ງມີຜົນສໍາເລັດຫຼາຍດ້ານໂດຍສະເພາະ ໂຄງການສົ່ງເສີມການພັດທະນາການທ່ອງທ່ຽວແບບຢືນຍົງ ແລະ ການຜະລິດທີ່ສະອາດ ຂອງ ສປປ ລາວ,ໂຄງການສົ່ງເສີມອຸດສາຫະກຳສີຂຽວ ແລະ ກາກບອນຕ່ຳໃນອາຊີຕາເວັນອອກ, ໂຄງການເກັບກຳຂໍ້ມູນສະຖິຕິ ໂຮງງານອຸດສາຫະກຳ ໄດ້ສ້າງຖານຂໍ້ມູນ ສະຖິຕິໂຮງງານອຸດສາຫະກຳທົ່ວປະເທດ, ໂຄງການນຳໃຊ້ສິ່ງເສດເຫຼືອໃຫ້ເປັນພະລັງງານໂດຍການນຳໃຊ້ເຕັກໂນໂລຊີອັດເມັດເພື່ອຫຼຸດຜ່ອນທາດອາຍຜິດເຮືອນແກ້ວ.

ນອກນີ້ໂຄງການຍັງໄດ້ສ້າງຕັ້ງສູນຮຽນຮູ້ ແລະ ຂໍ້ມູນຂ່າວສານເຕັກໂນໂລຊີພະລັງງານຊີວະມວນ Information and Learning Center ຢູ່ສະຖາບັນພະລັງງານທົດແທນ ແລະ ວັດສະດຸໃໝ່ ແຕ່ປີ 2018 ແລະ ສຳເລັດໃນຕົ້ນປີ 2019.
ສໍາລັບວຽກງານກຳລັງຈັດຕັ້ງປະຕິບັດໃນປັດຈຸບັນແມ່ນ ໂຄງການສ້າງຮ່າງຍຸດທະສາດພະລັງງານຊີວະມວນ ຄາດວ່າຈະສຳເລັດໃນທ້າຍປີ 2021, ໂຄງການຊຸກຍູ້ສົ່ງເສີມການລົງທຶນຜະລິດ ເຊຶ້ອເພີງອັດເມັດຊີວະມວນ ທີ່ດຳເນີນການຢູ່ ຊຶ່ງມີ 3 ໂຮງງານທີ່ມີສົນໃຈ ແລະ ພ້ອມທີ່ຈະລົງທຶນ, ຄາດວ່າ ຈະໃຫ້ມີຄວາມສຳເລັດໃນທ້າຍປີ 2021 ນີ້ ແລະ ໂຄງການສະໜັບສະໜູນສູນຮຽນຮູ້, ຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີພະລັງງານຊີວະມວນ ໃນການສ້າງ ຫ້ອງທົດລອງເຊື້ອເພີງອັດເມັດຊີວະມວນ.

ສ່ວນການຮ່ວມມືໃນຕໍ່ໜ້າ ອົງການຢູນິໂດເປັນອົງການຮ່ວມມືລັດຖະບານ ທີ່ສະໜັບສະໜູນການຮ່ວມມືດ້ານວີຊາການກ່ຽວກັບອຸດສາຫະກຳ, ການຄ້າ, ກະສິກຳ ແລະ ສີ່ງແວດລ້ອມ. ໃນອະນາຄົດອັນໃກ້ ກະຊວງ ອຄ ຈະມີຫຼາຍວຽກງານທີ່ຈະໄດ້ຮ່ວມມືກັບອົງການດັ່ງກ່າວ ເປັນຕົ້ນ ການພັດທະນາອຸດສາຫະກຳສີຂຽວ, ການຈັດການກັບສີ່ງເສດເຫຼືອ, ເຄມີທິເປັນອັນຕະລາຍ, ການຫຼຸດຜ່ອນມົນລະພິດ, ຫຼຸດຜ່ອນຜົນກະທົບການປ່ຽນແປງດິນຟ້າອາກາດ, ການອະນຸລັກພະລັງງງານ ຕາມເປົ້າໝາຍການພັດທະນາແບບຍຶນຍົງ.

ທ່ານ ທ່ານ ສົມໝາຍ ຟ້າມິ່ງ ໄດ້ກ່າວສະແດງຄວາມຍິນດີໃນການມາຮັບໜ້າທີ່ໃໝ່ຂອງທ່ານ ລັດຖະມົນຕີ ພ້ອມລາຍງານສະພາບລວມໃນການໃຫ້ການຮ່ວມມື ແລະ ຊ່ວຍເຫຼືອ ຂະແໜງການກ່ຽວຂອງໃນປະເທດລາວ ເຊິ່ງ UNIDO ພ້ອມທີ່ຈະສືບຕໍ່ໃນການຮ່ວມມື ເພື່ອຊ່ວຍໃຫ້ ສປປລາວ ບັນລຸເປົ້າໝາຍໃນການພັດທະນາອຸດສາຫະກຳສີຂຽວເປັນມິດກັບສິ່ງແວດລ້ອມ ແລະ ອື່ນໆ.