ເຈົ້າແຂວງ ຮ່ວມພິທີ ປ່ອຍປາເກືອບ 30 ພັນໂຕຄືນສູ່ທໍາມະຊາດ ທີ່ອ່າງຫ້ວຍຂຽວ ເມືອງລະມາມ

443

ວັນທີ 13 ກໍລະກົດ 2021 ທີ່ອ່າງເກັບນໍ້າຫ້ວຍຂຽວບ້ານໜອງບົງ, ຫ້ອງການກະສິກໍາ ແລະປ່າໄມ້ເມືອງລະມາມໄດ້ຈັດພິທີປ່ອຍປາປາກ ແລະປານວນຈັນຈໍານວນ 29 ພັນກວ່າໂຕຄືນສູ່ທໍາມະຊາດ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ, ທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງໆລະມາມ, ຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການ, ອົງການທຽບເທົ່າຂັ້ນແຂວງ-ເມືອງ, ພະນັກງານ-ລັດຖະກອນ, ອົງການປົກຄອງບ້ານ ແລະພໍ່ແມ່ປະຊາຊົນເຂົ້າຮ່ວມ.


ທ່ານ ຄໍາສວນ ທອງດີມະນີວົງ ຫົວໜ້າຫ້ອງການກະສິກໍາ ແລະປ່າໄມ້ເມືອງລະມາມໃຫ້ຮູ້ວ່າ: ວຽກງານປ່ອຍປາ ແລະການພັດທະນາ, ອະນຸລັດສັດນໍ້າ-ສັດປ່າ ແມ່ນວຽກໜຶ່ງທີ່ສໍາຄັນ ພັກ ແລະລັດຖະບານ ກໍຄືຄະນະພັກ-ອົງ ການປົກຄອງແຂວງ-ເມືອງ ເຊິ່ງຍາມໃດກໍຖືເອົາວຽກງານກະສິກໍາ ແລະປ່າໄມ້ເປັນເປົ້າໝາຍຕົ້ນຕໍ ໂດຍສະເພາະວຽກງານການຜະລິດ, ການປູກ, ການລ້ຽງ, ການປົກປັກຮັກສາ ແລະການຄຸ້ມຄອງສັດນໍ້າ-ສັດປ່າໃຫ້ມີຄວາມຍືນຍົງ ແລະໃນກົດໝາຍ ວ່າດ້ວຍການປະມົງມາດຕາ 69 ໄດ້ກໍານົດເອົາວັນທີ 13 ກໍລະກົດຂອງທຸກໆປີ ເປັນວັນປ່ອຍປາແຫ່ງຊາດ ເພື່ອອະນຸລັກ, ປົກປັກຮັກສາ ແລະພັດທະນາສັດນໍ້າໃຫ້ມີຄວາມອຸດົມສົມບູນ; ການປ່ອຍປາ ເພື່ອເປັນການຄືນຈໍານວນປະຊາກອນປາ ແລະຊະນິດພັນສັດນໍ້າໃຫ້ກັບມາມີຈໍານວນເພີ່ມຂຶ້ນໃນທໍາມະຊາດອີກດ້ວຍ.


ໃນໄລຍະຜ່ານມາ ຫ້ອງການກະສິກໍາ ແລະປ່າໄມ້ ສົມທົບກັບຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະເມືອງໄດ້ພ້ອມກັນວາງແຜນການຄຸ້ມຄອງຊັບພະຍາກອນສັດນໍ້າແບບຍືນຍົງ ໂດຍຜ່ານການສ້າງຕັ້ງຄະນະກໍາມະການຄຸ້ມຄອງການປະມົງປະຈໍາພື້ນທີ່ແຫຼ່ງນໍ້າຕາມນໍ້າເຊກອງ, ຫ້ວຍນໍ້າທໍາມະຊາດຫ້ວຍຮ່ອງຕ່າງໆ ເຊິ່ງປະຈຸບັນທົ່ວເມືອງມີຄະນະກໍາມະການຄຸ້ມຄອງການປະມົງປະຈໍາກຸ່ມບ້ານ 3 ກຸ່ມບ້ານ, ກໍານົດຂອບເຂດການຄຸ້ມຄອງວັງສະຫງວນປາທັງໝົດ 24 ວັງ, ມີເນື້ອທີ່ທັງໝົດ 100 ກວ່າເຮັກຕາ ທັງນີ້ ກໍເພື່ອເປັນການເພີ່ມຈໍານວນສັດນໍ້າໃຫ້ນັບມື້ຫຼາຍຂຶ້ນ.