ແຕ່ງຕັ້ງເລຂາຄະນະພັກຮາກຖານກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ

525

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ຈັດພິທີປະກາດບົ່ງຕົວແຕ່ງຕັ້ງເລ ຂາຄະນະພັກຮາກຖານ ແລະ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ໃນວັນທີ 13 ກໍລະກົດ 2021, ໂດຍມີ ພົຈວ ສະແຫວງ ພົມມະລີ ຄະນະພັກກະ ຊວງ ຫົວໜ້າກົມຄົ້ນຄວ້າວິທະຍາສາດ ແລະ ປະ ຫວັດສາດ, ມີຄະນະພັກ, ຄະນະກົມ, ຫົວໜ້າ- ຮອງຫົວໜ້າຫ້ອງ, ພະແນກ ພ້ອມດ້ວຍພະນັກ ງານ-ນັກຮົບເຂົ້າຮ່ວມ.


ໃນພິທີ, ພັອ ກໍລະກັນ ຄໍ້າພູປະຖົມ ປະທານກວດກາພັກ ຮອງຫົວໜ້າກົມຄົ້ນຄວ້າວິທະຍາ ສາດ ແລະ ປະຫວັດສາດ ໄດ້ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 56/ຄພ ປກສ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານກົມຄົ້ນຄວ້າວິ ທະຍາສາດ ແລະ ປະຫວັດສາດ.ໃນນີ້, ຕົກລົງ ບົ່ງຕົວແຕ່ງຕັ້ງ ສະຫາຍ ພົຈວ ສະແຫວງ ພົມມະລີ ເປັນເລຂາຄະນະພັກຮາກຖານ ກົມຄົ້ນຄວ້າວິທະ ຍາສາດ ແລະ ປະຫວັດສາດ; ທັງນີ້ ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງດ້ານການເມືອງໃຫ້ໜັກແໜ້ນເຂັ້ມແຂງດີຂຶ້ນກວ່າເກົ່າ.


ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນຄວາມສະຫງົບ ສະບັບເລກທີ 1067/ປກສ ແລະ ສະບັບເລກທີ 1068/ປກສ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກົມຄົ້ນຄວ້າວິທະຍາ ສາດ ແລະ ປະຫວັດສາດ.ໃນນັ້ນ,ເລື່ອນຊັ້ນ ຮ້ອຍ ເອກ ຂຶ້ນເປັນ ພັນຕີ ຈໍານວນ 2 ສະຫາຍ,ຍິງ 1 ສະ ຫາຍ ແລະ ເລື່ອນຊັ້ນ ຮ້ອຍໂທ ຂຶ້ນຮ້ອຍເອກ ຈຳ ນວນ 2 ສະຫາຍ ຍິງ 2 ສະຫາຍ.