ໄປເບິ່ງ 5 ເປົ້າໝາຍຂອງ ທັບນັກກີລາລາວ ຮ່ວມຊີງໄຊໃນໂອແລມປິກ ທີ່ຍີ່ປຸ່ນ

403

ທັບນັກກີລາລາວ ກໍເປັນອີກໜຶ່ງຊາດທີ່ຈະເຂົ້າຮ່ວມການແຂ່ງຂັນໃນກີລາໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່່ນ ລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021 ເຊິ່ງການເຂົ້າຮ່ວມຄັ້ງນີ້ ສປປ ລາວ ວາງຄາດໝາຍໄວ 5 ຄາດໝາຍ.
ທ່ານ ສົມພູ ພົງສາ ຮອງປະທານ ແລະ ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ( ຄອລ ) ລາຍງານເຖິງເປົ້າໝາຍໃນພິທີຖະແຫຼງຂ່າວກຽມຄວາມພ້ອມສົ່ງນັກກີລາເຂົ້າຮ່ວມໂອແລມປິກ 2020 ວ່າ: ຄາດໝາຍຂອງການເຂົ້າຮ່ວມໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ແມ່ນເພື່ອ:

1. ສູ້ຊົນຍົກລະດັບສະຖິຕິຂອງນັກກິລາເຮົາໃຫ້ສູງກວ່າເກົ່າ, ກວ່າຄັ້ງທີ່ຜ່ານມາ
2. ສຳລັບ ນັກກີລາ ຢູໂດ ກໍໃຫ້ໄດ້ເຂົ້າຮອບເລິກກວ່າຄັ້ງທີ່ຜ່ານມາ
3. ເພີ່ມທະວີການສ້າງຄວາມສາມັກຄີຊາດເພື່ອນມິດ, ກັບການຈັດຕັ້ງອົງກອນສາກົນ, ສ້າງປະສົບການ, ຊອກຫາສິ່ງທີ່ຄົງຄ້າງທ້າທາຍ ເພື່ອມາປັບປຸງມາແກ້ໄຂກະກຽມເຂົ້າຮ່ວມການແຂ່ງຂັນໃນລະດັບອາຊຽນ, ອາຊຽນໃນຕໍ່ໜ້າ. (ເຊິ່ງມີຊື່ທີ່ຫວຽດນາມ)
4.ຮຽນຮູ້ສິ່ງຕ່າງໆຈາກການຈັດການບໍລິຫານຄັ້ງນີ້, ວຽກງານການສະໜັບສະໜູນ ຄອລ ໄດ້ຮັບການຊີ້ນຳ, ໃຫ້ຂໍ້ສະດວກຈາກກະຊວງສຶກສາທິການ ແລະ ກີລາ ເປັນແຕ່ລະໄລຍະເຊັ່ນ: ການປະສານງານກັບ ສະຖານທູດລາວທີ່ໂຕກຽວ, ໂດຍຜ່ານກະຊວງການຕ່າງປະເທດ, ການສະເໜີຂໍອະນຸຍາດຜ່ານລັດຖະບານກໍຄື ສນຍ, ຕະຫຼອດຮອດຜ່ານມາດຕະການປ້ອງກັນ ໂຄວິດ-19 ຂອງຄະນະສະເພາະກິດຂອງກະຊວງ ສສກ,
5. ນອກນັ້ນເຮົາຍັງໄດ້ຮັບການສະໜັບສະໜູນຢ່າງເປັນປະຈຳກັບຄູ່ຮ່ວມສະໜັບສະໜູນ Partners ຜະລິດຕະພັນນ້ຳຫົວເສືອ (ເບຍລາວ) ແລະ ເຄື່ອງນຸ່ງສ່ວນໜຶ່ງຈາກ FBT.

ສໍາລັບ ວັນອອກເດີນທາງແມ່ນວັນທີ 15 ກໍລະກົດ 2021 ເຊິ່ງມີຄະນະນໍາ 4 ທ່ານ, ສ່ວນຄະນະຄູຝຶກ ແລະ ນັກກີລາ ລວມ 9 ທ່ານ, ນັກກີລາລາວທີ່ໄດ້ສິດເຂົ້າຮ່ວມ ໂອແລມປິກ 2020 ມີ 4 ຄົນຄື:
1.ທ້າວ ສຸພະໄຊ ສິດທິສານ ນັກກີລາຢູໂດ ຄວາມຫວັງຈະລົງແຂ່ງຂັນໃນຮຸ່ນ 60 ກິໂລ
2.ນາງ ສິຣິອາລົມ ບຸດຈະເລີນ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
3.ທ້າວ ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
4.ນາງ ສິຣິນາ ພະອໍາໄພ ນັກກີລາແລ່ນ-ລານ ປະເພດແລ່ນ 110 ແມັດ

ຂ່າວ-ຮູບ: ຫຼ້າ