ແຂວງ ໄຊຍະບູລີ ປ່ອຍປາຄືນສູ່ທໍາມະຊາດ ເນືອງໃນວັນອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ 13 ກໍລະກົດ

415

ໃນຕອນເຊົ້າຂອງວັນທີ 13 ກໍລະກົດ ປີນີ້ ທີ່ໂຮງຮຽນປະຖົມ ບ້ານປົ່ງ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ ໄດ້ຈັດພິທີປ່ອຍປາລົງສູ່ແຫຼ່ງນໍ້າທໍາມະຊາດ, ໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ, ເປັນກຽດເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີບັນດາການນໍາພັກ-ລັດຂັ້ນແຂວງ, ເມືອງ ໄຊຍະບູລີ ຕະຫຼອດຮອດຜູ້ປະກອບການ, ນັກທຸລະກິດ, ນາຍບ້ານ ແລະ ປະຊາຊົນບັນດາເຜົ່າຊາວເມືອງໄຊຍະບລີເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງ ໄຊຍະບູລີ ໄດ້ກ່າວວ່າ: ໃນໄລຍະທີ່ຜ່ານມາການນຳຂັ້ນຕ່າງໆແມ່ນໄດ້ເອົາໃຈໃສ່ຊີ້ນຳ ແລະ ນໍາພາຕໍ່ກັບການປົກປັກຮັກສາ, ການອະນຸລັກປ່າໄມ້, ສັດນ້ຳ ແລະ ສັດປ່າ ທັງນີ້ກໍເພື່ອແນໃສ່ເຮັດໃຫ້ຊັບພະຍາກອນປ່າໄມ້, ສັດນໍ້າ ແລະ ສັດປ່າ ໄດ້ຮັບການຄຸ້ມຄອງ ແລະ ເພີ່ມຄວາມອຸດົມສົມບູນໃຫ້ແກ່ທໍາມະຊາດ, ມີການຄຸ້ມຄອງນຳໃຊ້ແບບຍືນຍົງຕາມນະໂຍບາຍວາງອອກ ໂດຍບໍ່ມີວັນບົກແຫ້ງ, ສະເພາະປີ 2020 ຜ່ານມາທົ່ວແຂວງສາມາດປ່ອຍປາໄດ້ທັງໝົດ 38 ລ້ານກວ່າໂຕ ແລະ ປີ 2021 ຂະແໜງກະສິກຳ ແລະ ປ່າໄມ້ທົ່ວແຂວງສາມາດຜະລິດລູກປາໄດ້ແລ້ວຈຳນວນ 20 ລ້ານໂຕໃນຈຳນວນ 6 ຈຸດ, ເຊີ່ງມີແຜນສູ້ຊົນປ່ອຍປາໃນປີນີ້ໃຫ້ໄດ້ 42 ລ້ານໂຕ.


ໃນນີ້ໄດ້ປ່ອຍກ່ອນວັນທີ 13 ກໍລະກົດ 2021 ຈໍານວນ 21 ລ້ານ 6 ແສນກວ່າໂຕແລ້ວ, ປ່ອຍໃນວັນທີ 13 ກໍລະກົດນີ້ ຈຳນວນ 891.500 ໂຕ, ມີ 33 ຈຸດໃນທົວແຂວງ ແລະ ຈະປ່ອຍຫຼັງວັນທີ 13 ກໍລະກົດ 2021 ຈຳນວນ 19,4ລ້ານໂຕ. ສະເພາະເມືອງ ໄຊຍະບູລີ ແມ່ນຈະປ່ອຍປາທັງໝົດ ຈຳນວນ 8 ລ້ານໂຕ, ໃນນີ້, ໄດ້ປ່ອຍປາກ່ອນວັນທີ 13 ກໍລະກົດ 2021 ແລ້ວ ຈຳນວນ 5 ລ້ານ 2 ແສນໂຕ, ປ່ອຍໃນມື້ນີ້, ຈຳນວຍ 2 ແສນໂຕ ແລະ ຈະປ່ອຍຫຼັງວັນທີ 13 ກໍລະກົດ 2021 ຈຳນວນ 2 ລ້ານ 6 ແສນໂຕ, ໂດຍໄດ້ແບ່ງປ່ອຍລົງແມ່ນໍ້າຮຸ່ງ, ອ່າງນໍ້າຕຽນ ບ້ານ ໂນນສະຫວັນ ແລະ ຝາຍຫ້ວຍແຄ່ນ ບ້ານ ໃຫຍ່ພັດທະນາ ນາຫຼາ.


ພ້ອມດຽວກັນໄດ້ ຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງໃນທຸກຂັ້ນ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນຮູ້, ນັກສຶກສາ, ພໍ່ຄ້າຊາວຂາຍ, ນັກທຸລະກິດ ຕະຫຼອດເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ໃນທົ່ວຂອບເຂດເມືອງ ຈົ່ງຮ່ວມແຮງຮ່ວມໃຈກັນປ່ອຍປາລົງສູ່ໜອງນໍ້າ, ແຫຼ່ງນ້ຳທຳມະຊາດ ເພື່ອເປັນການຄືນຄວາມອຸດົມສົມບູນໃຫ້ກັບທຳມະຊາດ ແລະ ພ້ອມກັນອະນຸລັກ, ປົກປັກຮັກສາສັດນ້ຳ-ສັດປ່າ ເພື່ອເຮັດໃຫ້ຊັບພະຍາ ກອນທຳມະຊາດ, ຊີວະນາໆພັນ ອັນລ້ຳຄ່າດັ່ງກ່າວໄດ້ຢູ່ຄຽງຄູ່ກັບພວກເຮົາຕະຫຼອດໄປ, ຈາກນັ້ນຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ຮ່ວມກັນປ່ອຍປາລົງແມ່ນໍ້າຮຸ່ງຢ່າງເປັນທາງການ ແລະ ໄດ້ແຍກອອກໄປປ່ອຍປາຕາມຈຸດທີ່ໄດ້ກໍານົດໄວຕື່ມອີກ.