ຮອງປະທານສະພາແຫ່ງຊາດ ຢ້ຽມຢາມໂຄງການ ເຂດພັດທະນາເສດຖະກິດໃໝ່ສີທັນດອນ

1012

ໃນວັນທີ 11 ກໍລະກົດ 2021 ຜ່ານມານີ້, ທ່ານ ສົມມາດ ພົນເສນາ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ຮອງປະທານສະພາແຫ່ງຊາດ, ໄດ້ເຄື່ອນໄຫວ ຢ້ຽມຢາມ ໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ, ມີທ່ານຮອງເຈົ້າແຂວງ, ຄະນະນຳຂອງແຂວງ ແລະເມືອງ, ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ວິນເຊັນ ລີ ປະທານ ບໍລິສັດ ຮ່ວມພັດທະນາສີທັນດອນ ຈຳກັດ ໄດ້ລາຍງານໃຫ້ຮູ້ ປະຫວັດການພັດທະນາ ຂອງໂຄງການ ແລະວິໃສທັດຂອງ ບໍລິສັດ ຮ່ວມພັດທະນາ ສີທັນດອນ ຈຳກັດ ແມ່ນບໍລິສັດຜູ້ພັດທະນາ, ເຊິ່ງໄດ້ສ້າງຕັ້ງ ແລະ ລົງທະບຽນ ແຕ່ ປີ 2018 ເປັນໂຄງການ ເຂດພັດທະນາເສດຖະກິດໃໝ່ສີທັນດອນ, ເພື່ອພັດທະນາ, ກໍ່ສ້າງ ແລະ ດຳເນີນງານໂຄງການ ເຊິ່ງມີທຶນຈົດທະບຽນ 3.192 ຕື້ກີບ(ປະມານ 3.200 ລ້ານ ໂດລາສະຫະລັດ) ມາເຖິງປີ 2021 ທີ່ໄດ້ລົງທຶນຕົວຈິງ 51,457.900 ໂດລາສະຫະລັດ (ປະມານ 5.222.976.850 KIP).

ຂອບເຂດການດໍາເນີນທຸລະກິດ ຂອງບໍລິສັດແມ່ນ ໄດ້ຮັບອະນຸຍາດຈາກລັດຖະບານລາວ, ມີ ສູນບັນເທີງຄົບວົງຈອນ 520, ອະສັງຫາລິມະຊັບ, ໂຮງແຮມ, ຮ້ານອາຫານ, ການທ່ອງທ່ຽວ, ການສຶກສາ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ອຸດສາຫະກຳອື່ນໆ. ຄວາມຮັບຜິດຊອບຕໍ່ເສດຖະກິດ-ສັງຄົມ ໃນປັດຈຸບັນບໍລິສັດໄດ້ຊ່ວຍເຫຼືອໃຫ້ກັບລັດຖະບານຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ ລວມທັງໝົດ 400.000.000 ໂດລາສະຫະລັດ ,ໄດ້ບໍລິຈາກອຸປະກອນ ຜ້າອັດປາກ-ດັງ ແລະ ເຄື່ອງຊ່ວຍຫາຍໃຈໃນການສະກັດກັ້ນການລະບາດພະຍາດ CoVID-19 ລວມເປັນມູນຄ່າ 1.934.000.000 ກີບ, ນອກນີ້ ຍັງໄດ້ຊ່ວຍເຫຼືອສ້າງເສັ້ນທາງຄອນກຣີດອ້ອມດອນໂຂງດ້ວຍມູນຄ່າ 12.000.000 ໂດລາສະຫະລັດ, ສ້າງກັນເຈືອນແຄມນ້ຳຂອງ ແລະ ຊ່ວຍເຫຼືອສ້າງອາຄານຫ້ອງຮຽນ ແລະ ມອບເຄື່ອງອຸປະກອນການຮຽນການສອນ.

ໂອກາດນີ້, ທ່ານ ສົມມາດ ພົນເສນາ ໄດ້ມີຄໍາເຫັນໃຫ້ ອົງການປົກຄອງທ້ອງຖິ່ນ ແລະພາກສ່ວນກ່ຽວຂ້ອງ ກໍຄື ບໍລິສັດຜູູ້ພັດທະນາ ຕ້ອງໄດ້ປະສານສົມທົບໃຫ້ການຮ່ວມມື ແລະປັບປຸງແຜນແມ່ບົດ ການພັດ ທະນາໂຄງການ (Master Plan) ໃຫ້ມີຄວາມຄືບໜ້າຫລາຍກວ່າເກົ່າ, ແຜນຈັດຕັໍ້ງປະຕິບັດ ການພັດທະນາໂຄງການໃນແຕ່ລະໄລຍະ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະ ແຂວງຈຳປາສັກ ບົນພື້ນຖານຜົນສຳເລັດຂອງສາຍພົວພັນລາວ-ຈີນ ພາຍໃຕ້ການຊີ້ນຳ-ນຳພາຍຸດທະສາດລະຫວ່າງ ການນຳຂັ້ນສູງ ຂອງສອງປະເທດ ຮ່ວມກັນສູ້ຊົນຢ່າງບໍ່ລົດລະ ເພື່ອຊຸກຍູ້ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳຈີນ-ລາວ.