ເຈົ້າໜ້າທີດ່ານພາສີສາກົນນໍ້າພາວ ຢຶດ – ທຳລາຍສີນຄ້ານຳເຂົ້າແບບບໍ່ຖືກຕ້ອງ

277

ວັນທີ 8 ກໍລະກົດ 2021 ເຈົ້າໜ້າທີປະຈຳດ່ານພາສີສາກົນນໍ້າພາວ ແລະ ພາກສ່ວນກ່ຽວທີ່ຂ້ອງ ເມຶອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຢຶດສີນຄ້ານຳເຂົ້າແບບບໍ່ຖືກຕ້ອງ ຂອງ ທ້າວ ງ້ວນມີງເລີຍ ສັນຊາດ ຫວຽດນາມ.

ໂດຍການນຳເຂົ້າແບບຊຸກເຊື່ອງໄວ້ໃນຖັງລົດຂົນສົ່ງນໍ້າມັນ ທີ່ຫວັງຈະລັກລອບເອົາສິນຄ້ານຳເຂົ້າແບບຜິດກົດໜາຍປະເພດໜັງຄວາຍ ເພື່ອເຂົ້າມາຈຳໜ່າຍຢູ່ ສປປ ລາວ.


ສິນຄ້ານຳເຂົ້າປະເພດໜັງຄວາຍ ມີຈຳນວນ 43 ເປົາ, ນ້ຳໜັກ 1.720 Kg ເຈົ້າໜ້າທີ່ຈຶ່ງໄດ້ດຳເນີນການ ແລະ ຜູ້ກ່ຽວຍອມຮັບວ່າ ສິນຄ້າປະເພດໜັງຄວາຍເປັນຂອງຕົນເອງ ເພື່ອນຳເຂົ້າໄປຈຳໜ່າຍຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ສະນັ້ນ ເຈົ້າໜ້າທີ່ຈື່ງໄດ້ຍຶດຂອງກາງພ້ອມທຳລາຍສິນຄ້າດັ່ງກ່າວ ແລະ ດຳເນີນຄະດີຕໍ່ຜູ້ກະທຳຜິດ.