ພະຍາດກິນບໍ່ຢຸດ ( Binge Eating Disorder ) ແລະ ສາເຫດທີ່ອາດເກີດຂຶ້ນໄດ້ກັບທຸກຄົນ

694

ຫຼາຍຄົນອາດບໍ່ຄ່ອຍຮູ້ຈັກພະຍາດກິນບໍ່ຢຸດ ວ່າມັນເປັນອາການຢາກກິນຊື່ໆ ຫຼື ມັນບໍ່ສະບາຍແທ້ໆ ຜູ້ຂຽນເອງຈະຂໍພາທຸກຄົນມາຮູ້ຈັກກັບພະຍາດນີ້ໃຫ້ຫຼາຍຂຶ້ນ.

May be an image of one or more people

ພະຍາດກິນບໍ່ຢຸດ

ພະຍາດກິນບໍ່ຢຸດໃນພາສາອັງກິດເອີ້ນວ່າ Binge Eating Disorder ( BED ) ເປັນຊື່ພະຍາດທີ່ໃຊ້ເອີ້ນຜູ້ທີ່ມີອາການຮັບປະທານອາຫານໃນປະລິມານຫຼາຍຜິດປົກກະຕິ ທີ່ສຳຄັນຄືບໍ່ສາມາດຄວບຄຸມພຶດຕິກຳການກິນອາຫານຂອງຕົນເອງໄດ້ ເຊິ່ງຜູ້ທີ່ເປັນພະຍາດນີ້ຈະກິນຫຼາຍກວ່າປົກກະຕິ ຄວບຄຸມຕົນເອງບໍ່ໄດ້ ກິນທັງທີ່ຕົນເອງບໍ່ຮູ້ສຶກຫິວ ຢຸດກິນກໍຕໍ່ເມື່ອບໍ່ໄຫວເທົ່ານັ້ນ ພໍຢຸດກິນກໍຈະຮູ້ສຶກຜິດກັບຕົນເອງວ່າກິນຫຼາຍໄປ.

May be an image of 1 person, food and indoor

ອາການຂອງພະຍາດກິນບໍ່ຢຸດ

ກິນອາຫານຫຼາຍກວ່າປົກກະຕິ ປະລິມານຫຼາຍກວ່າປົກກະຕິ.

ບໍ່ສາມາດຄວບຄຸມຄວາມຢາກຂອງຕົນເອງໄດ້ເຖິງວ່າຈະອີ່ມແລ້ວກໍຕາມ.

ມັກມີພຶດຕິກຳໄປລັກກິນອາຫານພຽງຄົນດຽວ ເນື່ອງຈາກຮູ້ສຶກບໍ່ດີ ຮູ້ສຶກອາຍກັບປະລິມານອາຫານທີ່ຕົນເອງກິນ.

ມີຄວາມຮູ້ສຶກຜິດ ເສົ້າ ໃຈຮ້າຍ ໂທດຕົວເອງເມື່ອກິນຫຼາຍເກີນໄປ.

ສາເຫດຂອງພະຍາດກິນບໍ່ຢຸດ

ປັດຈຸບັນຍັງບໍ່ມີການສຶກສາທີ່ບອກສາເຫດຂອງພະຍາດທີ່ຊັດເຈນ ແຕ່ກໍມີການຄາດການໄວ້ຫຼາຍສາເຫດ ເຊັ່ນ:

ຄວາມຜິດປົກກະຕິໃນສະໝອງ ເຊັ່ນ: ການປ່ຽນແປງຂອງສານເຄມີສະໝອງບາງຢ່າງເຮັດໃຫ້ຄວບຄຸມຕົນເອງບໍ່ໄດ້.

ມີການກະທົບກະເທືອນທາງດ້ານຈິດໃຈ ອາດເຄີຍຖືກທຳຮ້າຍໃນອະດີດ ເກີດ ຄວາມສູນເສຍຄວາມກັງວົນໃນຮູບຮ່າງ.

ພະຍາດບາງຊະນິດຜູ້ທີ່ເປັນພະຍາດກິນບໍ່ຢຸດ ອາດມີຜົນກ່ຽວເນື່ອງມາຈາກພະຍາດທາງຈິດໄດ້ ເຊັ່ນ: ພະຍາດຊຶມເສົ້າ, ໄບໂພລາ, ຄວາມຄຽດ.

May be an image of 1 person, food and indoor

ປ້ອງກັນຄວາມສ່ຽງຕໍ່ພະຍາດກິນບໍ່ຢຸດ

ພັກຜ່ອນໃຫ້ພຽງພໍ

ອອກກຳລັງກາຍສະໝ່ຳສະເໝີ

ຮັບປະທານອາຫານທີ່ມີປະໂຫຍດ

ເຮັດກິດຈະກຳເພື່ອບໍ່ໃຫ້ຕົນເອງຄຽດ

ມີຫຼາຍຄົນສົງໄສວ່າເຮົາກິນຫຼາຍຈະເປັນພະຍາດນີ້ຫຼືບໍ່ ຫາກເຮົາກິນຫຼາຍ ເຊັ່ນໄປກິນບຸບເຟ່ ກິນຫຼາຍບາງຄາບ ສາມາດຄວບຄຸມຕົນເອງໄດ້ກໍເປັນປົກກະຕິ ແຕ່ຫາກມີອາການ ຫຼື ສົງໄສກໍເຂົ້າຮັບການບຳບັດ ປຶກສາແພດເພື່ອຮັບການປິ່ນປົວຕໍ່ໄປ.

ທີ່ມາ: www.sanook.com/health/29365/?utm_source=fb-