ເຮຕິ ຈັບກຸມຜູ້ຖືກຫາຄະດີລອບສັງຫານ ປະທານາທິບໍດີ ໂມອິສ ໄດ້ 6 ຄົນ

238

ທ່ານ ມາທຽສ ປີແອ ລັດຖະມົນຕີກະຊວງເລືອກຕັ້ງຂອງເຮຕິ ເປີດເຜີຍໃນວັນທີ 8 ກໍລະກົດວ່າ: ເຈົ້າໜ້າທີ່ຕຳຫຼວດເຮຕິ ໄດ້ຈັບກຸມຜູ້ຖືກຫາໃນຄະດີລອບສັງຫານປະທານາທິບໍດີເຮຕິ ໄດ້ທັງໝົດ 6 ຄົນ, ໃນນັ້ນ 2 ຄົນເປັນຊາວອາເມຣິກາເຊື້ອສາຍເຮຕິ ໂດຍ 1 ໃນນັ້ນ ເປັນອະດີດເຈົ້າໜ້າທີ່ຮັກສາຄວາມປອດໄພສະຖານທູດການາດາ ປະຈຳນະຄອນຫຼວງປໍໂຕແປຣ໋ງຂອງເຮຕິ.

ທັງນີ້, ຫຼັງຈາກທີ່ກໍ່ເຫດກຸ່ມຄົນຮ້າຍໄດ້ຍິງປະທະກັບເຈົ້າໜ້າທີ່ຕຳຫຼວດຢ່າງດຸເດືອດ ເຮັດໃຫ້ກຸ່ມຄົນຮ້າຍເສຍຊີວິດຄາທີ່ 4 ຄົນ ແລະ ຖືກຈັບກຸມອີກ 2 ຄົນ, ສ່ວນທີ່ເຫຼືອແຕ່ບໍ່ຮູ້ຈຳນວນເທົ່າໃດ ໄດ້ເອົາຕົວຫຼົບໜີໄປໄດ້ ໂດຍ ທ່ານ ລີຢົງ ຊາລ ຜູ້ບັນຊາການສຳນັກງານຕຳຫຼວດແຫ່ງຊາດເຮຕິ ໄດ້ປະກາດວ່າ ເຈົ້າໜ້າທີ່ຕຳຫຼວດຍັງຈະສືບຕໍ່ຕິດຕາມຈັບກຸມກຸ່ມມືປືນຮັບຈ້າງກຸ່ມນີ້ຕໍ່ໄປ ຫາກຈຳເປັນກໍພ້ອມຈະຈັບຕາຍ.

ຕໍ່ມາສຳນັກຂ່າວເອເອັຟພີລາຍງານວ່າ: ປະຊາຊົນເຮຕິ ໄດ້ພົບຜູ້ຕ້ອງສົງໄສ 2 ຄົນລີ້ຢູ່ພຸ່ມໄມ້ແຫ່ງໜຶ່ງໃນນະຄອນຫຼວງປໍໂຕແປຣ໋ງ ແລະ ປະຊາຊົນທີ່ພົບເຫັນໄດ້ເຂົ້າໄປລຸມທຳຮ້າຍຮ່າງກາຍ ກ່ອນຕຳຫຼວດຈະເດີນທາງມາເຖິງໃນເວລາຕໍ່ມາ ກ່ອນຈະນຳຕົວຜູ້ຕ້ອງສົງໄສທັງ 2 ຄົນໄປສືບສວນ – ສອບສວນ.

ທັງນີ້, ປະຊາຊົນຊາວເຮຕິຈຳນວນໜຶ່ງໄດ້ເຜົາລົດຍົນຫຼາຍຄັນທີ່ຈອດຢູ່ຕາມຖະໜົນ ເນື່ອງຈາກເຊື່ອວ່າລົດດັ່ງກ່າວເປັນຂອງກຸ່ມຄົນຮ້າຍ ໂດຍລົດຍົນເຫຼົ່ານີ້ບໍ່ມີປ້າຍທະບຽນ ພ້ອມທັງເຕັມໄປດ້ວຍຮູລູກປືນ, ເມື່ອສະຖານະການເລີ່ມບານປາຍ ລັດຖະມົນຕີກະຊວງເລືອກຕັ້ງຂອງເຮຕິ ຈຶ່ງອອກມາຮຽກຮ້ອງໃຫ້ປະຊາຊົນຢູ່ໃນຄວາມສະຫງົບ ແລະ ປ່ອຍໃຫ້ເຈົ້າໜ້າທີ່ໄດ້ເຮັດວຽກເຕັມຄວາມສາມາດ ເນື່ອງຈາກສິ່ງທີ່ປະຊາຊົນທຳລາຍໄປນັ້ນເປັນຫຼັກຖານສຳຄັນໃນການສືບສວນ – ສອບສວນຄະດີດັ່ງກ່າວນີ້.