ຟາຍເຊີ ພັດທະນາວັກແຊັງເຂັມທີ 3 ຫວັງກຳຈັດສາຍພັນເດວຕ້າ

434

ສຳນັກຂ່າວ CNBC ລາຍງານວ່າ: ບໍລິສັດຟາຍເຊີ – ໄບອອນເທັກ ( Pfizer ) ກຳລັງພັດທະນາວັກແຊັງ ເພື່ອກະຕຸ້ນພູມຄຸ້ມກັນສາຍພັນເດວຕ້າທີ່ກຳລັງລະບາດໄປທົ່ວໂລກໃນຂະນະ ນີ້.

ບໍລິສັດຟາຍເຊີ ຖະແຫຼງວ່າ: ຈາກຂໍ້ມູນການນຳໃຊ້ວັກແຊັງຂອງກະຊວງສາທາລະນະສຸກອິດສະຣາແອນ ເຫັນວ່າວັກແຊັງປ້ອງກັນໂຄວິດຂອງບໍລິສັດຟາຍເຊີ/ໄບອອນເທັກ ມີປະສິດທິພາບຫຼຸດລົງ ຫຼັງຈາກທີ່ສັກເຂັມທີ 2 ຜ່ານໄປ 6 ເດືອນ, ໃນຂະນະດຽວກັນສາຍພັນເດວຕ້າໄດ້ກາຍເປັນສາຍພັນຫຼັກທີ່ກຳລັງລະບາດຢູ່ອິດສະຣາແອນ ແລະ ທົ່ວໂລກໃນຂະນະນີ້.

ຖະແຫຼງການຂອງຟາຍເຊີລະບຸວ່າ: “ ຈາກຂໍ້ມູນທີ່ພົບສອດຄ່ອງກັບການວິເຄາະການທົດລອງໄລຍະທີ 3 ຂອງບໍລິສັດ ນັ້ນກໍຄືເຫດຜົນທີ່ເປັນຫຍັງພວກເຮົາຈຶ່ງກ່າວເຖິງ ແລະ ເຊື່ອມາຕະຫຼອດຈາກຫຼັກຖານທີ່ມີທັງໝົດຈົນເຖິງຂະນະນີ້ວ່າພວກເຮົາອາດຈະສັກເຂັມທີ 3 ຫຼັງຈາກໄດ້ສັກເຂັມທີ 2 ຜ່ານໄປ 6 – 12 ເດືອນ ” ຫາກໄດ້ຮັບການອະນຸມັດຈາກຄະນະກຳມະການຄຸ້ມຄອງຈາກຟາຍເຊີ/ໄບອອນເທັກ ຈະເລີ່ມທົດລອງທາງຄລີນິກໃຫ້ໄວທີ່ສຸດໃນເດືອນສິງຫານີ້.

ອົງການອະນາໄມໂລກປະເມີນວ່າສາຍພັນເດວຕ້າ ສາມາດແຜ່ເຊື້ອໄດ້ງ່າຍກວ່າສາຍພັນອານຟາເຖິງ 55% ແລະ ກາຍເປັນສາຍພັນຫຼັກທີ່ລະບາດຢູ່ສະຫະລັດອາເມຣິກາ ແລະ ອີກຫຼາຍປະເທດທົ່ວໂລກ, ຈາກຫຼັກຖານທີ່ມີໃນປັດຈຸບັນ ວັກແຊັງຟາຍເຊີມີປະສິດທິພາບສູງໃນການປ້ອງກັນການເຈັບປ່ວຍຮຸນແຮງ ແລະ ເສຍຊີວິດຈາກສາຍພັນເດວຕ້າ ແຕ່ອາດບໍ່ສາມາດປ້ອງກັນການຕິດເຊື້ອເລັກໜ້ອຍ ແລະ ແຜ່ເຊື້ອຕໍ່ຜູ້ອື່ນໄດ້.