ເຈຟເບຊອສ ຂຶ້ນເປັນມະຫາເສດຖີອັນດັບ 1 ຂອງໂລກ

422

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 8 ກໍລະກົດ 2021 ວ່າ: ທ່ານ ເຈຟ ເບຊອສ ( Jeff Bezos ) ເຈົ້າຂອງທຸລະກິດອາເມຊອນ ໄດ້ກາຍເປັນມະຫາເສດຖີອັນດັບ 1 ຂອງໂລກ ຈາກການຈັດອັນດັບຂອງວາລະສານທຸລະກິດ “ ຟອບ ” ຂອງສະຫະລັດອາເມຣິກາ ປະຈຳປີ 2021.

ທ່ານ ເຈຟ ເບຊອສ ເຈົ້າຂອງທຸລະກິດຄ້າຂາຍອອນລາຍ ຊາວອາເມຣິກາ ໄວ 57 ປີ ໄດ້ຂຶ້ນເປັນມະຫາເສດຖີອັນດັບ 1 ຂອງໂລກ ໂດຍມີຊັບສິນທັງໝົດ ປະມານ 211.000 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 1,1 ພັນລ້ານໂດລາໃນ 1 ປີຜ່ານມາ.

ອັນດັບ 2 ໄດ້ແກ່ ທ່ານ ເບີນາດ ອາໂນລ ( Bernard Arnault ) ແລະ ຄອບຄົວ ເຈົ້າຂອງທຸລະກິດແຟຊັນຫຼູຫຼາຫຼາຍຍີ່ຫໍ້ ມີຊັບສິນທັງໝົດ 183.900 ລ້ານໂດລາສະຫະລັດ ຫຼຸດລົງ 3,3 ພັນລ້ານໂດລາ ໃນ 1 ປີຜ່ານມາ; ອັນດັບ 3 ທ່ານ ອີລອນ ມາກ ເຈົ້າຂອງບໍລິສັດລົດໄຟຟ້າເທສລາ ແລະ ທຸລະກິດຂົນສົ່ງອະວະກາດ ສະເປຊເອັກ ມີຊັບສິນທັງໝົດ ປະມານ 160.300 ລ້ານໂດລາ ຫຼຸດລົງ 3 ພັນລ້ານໂດລາ; ອັນດັບ 4 ທ່ານ ບີລ ເກດ ຜູ້ຮ່ວມສ້າງຕັ້ງບໍລິສັດໄມໂຄຣຊ໊ອຟ ມີຊັບສິນທັງໝົດປະມານ 129.400 ລ້ານໂດລາ ເພີ່ມຂຶ້ນ 777 ລ້ານໂດລາ ແລະ ອັນດັບ 5 ທ່ານ ມາກ ຊັກເກີເບີກ ເຈົ້າຂອງບໍລິສັດເຟສບຸ໊ກ ມີຊັບສິນທັງໝົດ 126.200 ລ້ານໂດລາ ຫຼຸດລົງ 813 ລ້ານໂດລາ ໃນ 1 ປີຜ່ານມາ.