ລ້ຽງຂີ້ກະເດືອນ ຜະລິດຝຸ່ນຂີ້ກະເດືອນດ້ວຍດິນດໍາ ແລະ ຂີ້ງົວແຫ້ງ

883

ການເຮັດກະສິກໍາທີ່ດີຕ້ອງມີພື້ນທີ່ດິນເໝາະສົມ, ມີອຸປະກອນ, ມີແນວພັນ, ມີແຮງງານ ແລະ ອີກສິ່ງໜຶ່ງທີ່ຂາດບໍ່ໄດ້ ນັ້ນກໍຄື ຝຸ່ນ ບໍາລຸງລ້ຽງທາດອາຫານເພື່ອການຈະເລີນເຕີບໂຕຂອງພືດພັນໄດ້ຢ່າງສົມສ່ວນ ແລະ ໄດ້ຮັບໝາກຜົນດີ.
ຄວາມຮູ້ຄໍລໍາກະສິກໍາມື້ນີ້ ຈະພາທ່ານຜູ້ອ່ານມາຮູ້ຈັກກັບຝຸ່ນຂີ້ກະເດືອນ ໂດຍນໍາໃຊ້ຂີ້ກະເດືອນສາຍພັນອາຍຊີເນຍ ຟູທິດາ ( eisenia foetida ) ຂີ້ກະເດືອນທີ່ມີຂະໜາດກົມນ້ອຍ, ລຳໂຕສີແດງມາເປັນໂຄງປະກອບຫຼັກໃນການຜະລິດຝຸ່ນ.

ไม่มีคำอธิบายรูปภาพ

ຝຸ່ນດັ່ງກ່າວເປັນຝຸ່ນທີ່ມີຜົນຕໍ່ການຈະເລີນເຕີບໂຕຂອງພືດຜັກ ເຮັດໃຫ້ຜັກປູກມີຄຸນນະພາບທີ່ດີຂຶ້ນ ເບິ່ງຈາກອົງປະກອບລວມຂອງລໍາຕົ້ນ, ຈໍານວນໃບ, ຄວາມກວ້າງຂອງໃບ ແລະ ນໍ້າໜັກຂອງພືດ ພ້ອມທັງເປັນການຊ່ວຍຫຼຸດຕົ້ນທຶນໃນການຊື້ຝຸ່ນມາບໍາລຸງນໍາອີກ.

ไม่มีคำอธิบายรูปภาพ

ໃນການຜະລິດຝຸ່ນດັ່ງກ່າວມີນໍາກັນ 4 ສູດ ຄື:

ສູດ 1: ນໍາໃຊ້ເຟືອງ ແລະ ຂີ້ງົວແຫ້ງ ( ປະມານ 1:1 )

ສູດທີ 2: ນໍາໃຊ້ຝອຍໝາກພ້າວ ແລະ ຂີ້ງົວແຫ້ງ ( ປະມານ 1:1 )

ສູດທີ 3: ນໍາໃຊ້ໃບໄມ້ແຫ້ງທົ່ວໄປ ແລະ ຂີ້ງົວແຫ້ງ ( ປະມານ 1:1 )

ສູດທີ 4: ນໍາໃຊ້ດິນດຳ + ຂີ້ງົວແຫ້ງ ( ປະມານ 2:8 )

อาจเป็นรูปภาพของ ดอกไม้

ທັງ 4 ສູດນີ້ໄດ້ຮັບການທົດລອງຈາກນັກວິຊາການທີ່ກ່ຽວຂ້ອງ ເຊິ່ງຜົນໄດ້ຮັບທີ່ດີທີ່ສຸດແມ່ນນໍາໃຊ້ສູດ 4 ຄື: ການນໍາໃຊ້ດິນດໍາ ແລະ ຂີ້ງົວແຫ້ງ ເຊິ່ງມີວິທີ ແລະ ຂັ້ນຕອນງ່າຍໆ ຄື: ກຽມດິນດຳ 2 ສ່ວນ, ຂີ້ງົວແຫ້ງ 8 ສ່ວນ ນຳສ່ວນປະສົມໃສ່ໃນຊາມຢາງແລ້ວນຳຂີ້ກະເດືອນສາຍ ພັນອາຍຊີເນຍ ຟູທິດາ ( eisenia foetida ) ມາລ້ຽງຈຳນວນ 285 ໂຕ/ຊາມ ໂດຍນໍາໃຊ້ຕົ້ນກ້ວຍ ແລະ ເສດພືດຜັກສົດເປັນອາຫານສຳລັບຂີ້ກະເດືອນ, ຫຼັງຈາກນັ້ນລ້ຽງໄວ້ໃນໂຮງເຮືອນ ເປັນເວລາ 90 ວັນ ໂດຍໝັ່ນຕິດຕາມເບິ່ງຄວາມຊຸ່ມຂອງດິນສະເໝີ.

อาจเป็นรูปภาพของ ข้อความ

ຫຼັງຈາກໄດ້ກໍານົດແລ້ວກໍສາມາດນໍາເຂົ້າດິນຂີ້ກະເດືອນ ( ເສດອາຫານທີ່ຂີ້ກະເດືອນກິນແລ້ວ ) ມາເຮັດຝຸ່ນໃສ່ຜົນລະປູກຂອງເຮົາ ເພື່ອເບິ່ງຜົນການປ່ຽນແປງທີ່ຕາມມາ ເຊິ່ງກໍແມ່ນໄດ້ຜັກທີ່ງາມ ແລະ ມີຄຸນນະພາບດີເພີ່ມຂຶ້ນ, ການລ້ຽງໃນລັກສະນະນີ້ມີຜົນຕໍ່ການແຜ່ຂະຫຍາຍປະຊາກອນຂີ້ກະເດືອນຫຼາຍ ອັດຕາເພີ່ມຂຶ້ນສູງເຖິງ 1.583 ໂຕ ຫຼື 4 ເທົ່າ ຈາກຈໍານວນທີ່ເລີ່ມລ້ຽງ.

( ຂໍ້ມູນຈາກ: ຖານຂໍ້ມູນກະສິກໍາ ແລະ ປ່າໄມ້ລາວ )

APB