ຂໍ້ມູນເພີ່ມຕື່ມ 2 ກໍລະນີທີ່ຕິດເຊື້ອໂຄວິດ-19 ຢູ່ແຂວງບໍ່ແກ້ວ (ກໍລະນີນຳເຂົ້າ)

423

ທ່ານ ບຸນຍະເວດ ວົງຄໍາຊາວ ຫົວໜ້າພະແນກສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດເພືອການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແຂວງບໍ່ແກ້ວ ໄດ້ຖະແຫຼງຂ່າວຕໍ່ກັບສະພາບການ ທີ່ສັງຄົມໃຫ້ຄວາມສົນໃຈກ່ຽວກັບຂ່າວ ພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 2 ກໍລະນີ ຢູ່ແຂວງບໍ່ແກ້ວ ທີ່ທາງສູນກາງໄດ້ຖະແຫລງຂ່າວໃນວັນທີ 10 ທີ່ຜ່ານມາ ມີຂໍ້ມູນລາຍລະອຽດຈະມາຊີ້ແຈງມີດັ່ງນີ້:


ຜ່ານການຕິດຕາມ-ເຝົ້າລະວັງລາຍງານການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວ ບໍ່ມີການລາຍງານການຕິດເຊື້ອຢູ່ໃນ 5 ເມືອງ ແມ່ນແຕ່ວັນທີ 17.5.2021 ແລະ ຢູ່ໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ມີລາຍງານກໍລະນີສຸດທ້າຍ ແມ່ນວັນທີ່ 25.5.2021 ມາໃນວັນທີ 8.7.2021 ທາງແຂວງບໍ່ແກ້ວໄດ້ເກັບຕົວຢ່າງຈາກ 3 ກຸ່ມເປົ້າໝາຍຄື ແຮງງານຈີນຈະກັບຄືນປະເທດ, ແຮງງານລາວຈະກັບບ້ານ ແລະ ພະນັກງານຂັບລົດຂົນສົ່ງສິນຄ້າຜ່ານດ່ານສາກົນຂົວມິດຕະພາບ 4 ລວມທັງໝົດຈຳນວນ: 313 ຕົວຢ່າງ ໃນວັນທີ່ 9 ຫ້ອງວິເຄາະໂຮງໝໍແຂວງບໍ່ແກ້ວແຈ້ງຜົນກວດວິເຄາະຊອກຫາເຊື້ອໂຄວິດ-19 ພົບຜູ້ຕິດເຊື້ອໃໝ່ 02 ກໍລະນີ, ເຊິ່ງກວດດ້ວຍເຄື່ອງກວດ PCR ມີແພດຊ່ຽວຊານຂອງສູນວິເຄາະລະບາດວິທະຍາຊ່ວຍໃນການອ່ານຜົນ ແລະ ຢັ້ງຢືນຜົນກວດ.


ປະຫວັດການເດີນທາງ ຂອງ 02 ຄົນ ມີຄືດັ່ງນີ້:
ທັງ 02 ຄົນ ເປັນເພດຊາຍ, ຜູ້ທີ່ໜຶ່ງອາຍຸ 32 ປີ, ອາຊີບ ຂັບລົດຂົນສົ່ງສິນຄ້າຜ່ານແດນ ສັນຊາດ ໄທ, ຜູ້ທີ່ສອງອາຍຸ 57 ປີ, ອາຊີບ ຂັບລົດຂົນສົ່ງສິນຄ້າຜ່ານແດນ ສັນຊາດ ໄທ, ທັງ 2 ຄົນ ເປັນຄົນຂອງບໍລິສັດ ເຊິ່ງມີສະໜາມຂົນສົ່ງສິນຄ້າຕັ້ງຢູ່ ບ້ານວຽງໃໝ່ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອຂ້າມໄປສົ່ງບໍລິສັດໃຫຍ່ຢູ່ທີ່ຈັງຫວັດລໍາປາງ ປະເທດໄທ.
ໃນເດືອນກໍລະກົດທັງ 2 ຄົນ ໄດ້ຂັບລົດເຂົ້າມາເປັນເທື່ອທໍາອິດ. ຕອນເຊົ້າຂອງວັນທີ 8 ກໍລະກົດ 2021 ໄດ້ຂັບລົດຂ້າມມາຜ່ານຂົວມິດຕະພາບແຫ່ງທີ4 ຫ້ວຍຊາຍ-ຊຽງຂອງ ມາຮອດໜ້າດ່ານຂາເຂົ້າ ຈອດລົດແລ້ວໄດ້ລົງລົດຢື່ນເອກະສານໃຫ້ຊິບປິ້ງ ແລ້ວໄປກວດວັດອຸນນະພູມ ແລະ ເກັບຕົວຢ່າງ ນໍາທີມແພດປະຈໍາຢູ່ດ່ານ ແລະ ໄປແຈ້ງກັບເຈົ້າໜ້າທີ່ ຈາກນັ້ນໄດ້ໄປແຈ້ງລົດກັບພາສີເປີດໄມ້ກ້ານແລ້ວໄປຈອດລົດໄວ້ທາງອອກ ລົງຈາກລົດໄປຫ້ອງປ່ຽນເງິນຂອງທະນາຄານພັດທະນາລາວ ແລະ ຂື້ນລົດເພື່ອອອກຈາກດ່ານ ເພື່ອໄປຕ່າງເອົາສິນຄ້າ ຢູ່ບໍລິສັດ ບໍ່ໄດ້ລົງລົດ ແລ້ວກັບມາຮອດໜ້າຂາອອກໄດ້ລົງລົດໄປຈັບເອົາເອກະສານຂອງຕົນເອງ ເຊິ່ງຊິບປິ້ງໄດ້ໃສ່ກະຕ່າວາງໄວ້ຢູ່ໜ້າໂຕະຫີນ ແລະ ຂັບກັບອອກໄປໃນວັນດຽວກັນ. ດ່ານຂາອອກບໍ່ໄດ້ພົວພັນກັບເຈົ້າໜ້າທີ, ປະຈຸບັນນີ້ ຜູ້ຕິດເຊື້ອທັງ 02 ຄົນ ແມ່ນໄດ້ຢູ່ໃນຄວາມດູແລຂອງທີມແພດຝ່າຍໄທ, ທີມແພດລາວໄດ້ປະສານກັບບໍລິສັດຝັ່ງລາວ ຜູ້ກ່ຽວໄດ້ມີ ໃບຢັ້ງຢືນກວດໂຄວິດ-19 ໃນວັນທີ 3.7.2021 ກວດຢູ່ທີ່ໂຮງພະຍາບານພະເຍົາຣາມ ອໍາເພີເມືອງ ຈັງຫວັດພະເຍົາ ປະເທດໄທ.


ຜ່ານການສໍາພາດເພື່ອເອົາຂໍ້ມູນຈາກ ພະນັກງານຂອງບໍລິສັດ ໃຫ້ຮູ້ວ່າໂດຍປະຕິບັດຕາມມາດຕະການປ້ອງກັນໂຄວິດ-19 ຈຶ່ງມີລະບຽບໃຫ້ທຸກຄົນຖືອາຫານມາກິນເອງ, ຫ້າມໃຫ້ຄົນຂັບລົດລົງຈາກລົດຢູ່ໃນບໍລິສັດ (ແຕ່ສາມາດເຂົ້າຫ້ອງນໍ້າໄດ້), ຄົນຂັບລົດໄດ້ໃສ່ຜ້າອັດປາກ ຕະຫຼອດ ດັ່ງນັ້ນໃນການສືບສວນສອບສວນ ພົບຜູ້ສຳພັດໃກ້ຊິດ 04 ຄົນ ຄື: ຊິບປິ້ງ 01 ຄົນ, ເຈົ້າໜ້າທີ່ຕໍາຫຼວດ 01 ຄົນ, ເຈົ້າໜ້າທີ່ພາສີ 01 ຄົນ ແລະ ເຈົ້າໜ້າທີ່ທະນາຄານ 01 ຄົນ, ເຈົ້າໜ້າທີ່ທຸກຄົນໄດ້ໃສ່ຜ້າອັດປາກ-ດັງຕະຫຼອດ.
ໃນວັນທີ 10.7.2021 ໄດ້ເກັບຕົວຢ່າງຜູ້ພັດໃກ້ສິດຂອງພະນັກງານດ່ານ ແລະ ພະນັກງານຢູ່ສະໜາມຂອງບໍລິສັດ ລວມທັງໝົດຈໍານວນ 21 ຄົນ ແລະ ຜົນກວດແມ່ນອອກໃນວັນທີ 11.7.2021 ທັງໝົດແມ່ນໃຫ້ຜົນລົບ, ປະຈຸບັນໄດ້ແນະນໍາໃຫ້ຜູ້ທີ່ສໍາພັດທັງໝົດກັກຕົວເອງຢ່າງເຄັ່ງຄັດ 14 ວັນ ແລະ ຜູ້ສໍາພັດໃກ້ສິດແມ່ນຍັງສືບຕໍ່ຕິດຕາມ ແລະ ເກັບຕົວຢ່າງກວດຄືນອີກຄັ້ງທີ່ 02 ພາຍໃນ 14 ວັນ ແລະ ໄດ້ຜົ່ນຢາຂ້າເຊື້ອຢູ່ໃນສະຖານທີ່ເຮັດວຽກຂອງຂົວມິດຕະພາບແຫ່ງທີ 4.

ບັນດາທ່ານທີ່ຮັກແພງ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດໃກ້ຄຽງທີ່ມີຊາຍແດນຕິດກັບ ແຂວງບໍ່ແກ້ວ ຂອງພວກເຮົາ ຍັງມີການຕິດເຊື້ອໃໝ່ໃນແຕ່ລະວັນແມ່ນຫຼາຍພັນຄົນຕໍ່ວັນ ແລະ ມີການເສັຍຊີວິດທຸກໆວັນ. ພວກເຮົາມີຄວາມເປັນຫ່ວງເປັນໄຍຕໍ່ສຸຂະພາບຂອງພໍ່ແມ່ປະຊາຊົນ ໃນໂອກາດນີ້ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນທ່ານທຸກຄົນ ທົ່ວສັງຄົມ ຈົ່ງເອົາໃຈໃສ່ປະຕິບັດຕາມມາດຕະການປ້ອງກັນທີ່ທາງຄະນະສະເພາະກິດວາງອອກຢ່າງເຄັ່ງຄັດ:


1) ພະນັກງານ ທີ່ປະຕິບັດໜ້າທີ່ຢູ່ບັນດາດ່ານ ໂດຍສະເພາະແມ່ນດ່ານສາກົນຂົວມິຕະພາບ 4 ຮຽກຮ້ອງໃຫ້ເອົາໃຈໃສ່ໃຫ້ມີຄວາມຕື່ນຕົວໃນການປະຕິບັດມາດຕະການໃນການປ້ອງກັນຕົນເອງໃຫ້ເຄັ່ງຄັດຢູ່ຕະຫຼອດເວລາ ເຊັ່ນ: ການໃສ່ຜ້າປິດປາກ-ປິດດັງທີ່ຖືກຕ້ອງ; ຫຼີກລ້ຽງການເວົ້າລົມກັນເຊິ່ງໜ້າທີ່ໃກ້ກວ່າ 01 ແມັດ, ໜັ່ນລ້າງມືພາຍຫຼັງສໍາພັດກັບອຸປະກອນຕ່າງໆຜູ້ມາພົວພັນວຽກ, ເຮັດການອະນາໄມຂ້າເຊື້ອສະຖານທີ່ໂຕະຕັ່ງອຸປະກອນທີ່ເຮັດວຽກເລື້ອຍໆ. ຖ້າບຸກຄົນໃດຫາກຢູ່ໃນຄວາມສ່ຽງ ໄດ້ໄປສຳພັດກັບກຸ່ມສ່ຽງ ແມ່ນໃຫ້ໄປເກັບຕົວຢ່າງ ເພື່ອກວດຊອກຫາການຕິດເຊື້ອ ຢູ່ທີ່ພະແນກສາທາລະນະສຸກແຂວງ ແລະ ເອົາໃຈໃສ່ໃນການກັກຕົວເອງຫຼີກລ້ຽງການໃກ້ຊິດກັບຄົນອື່ນຢ່າງເຄັ່ງຄັດໃຫ້ຄົບ 14 ວັນ ຫຼື ຈົນກວ່າຈະປອດໄພ.
2) ສ່ວນ ເຈົ້າຂອງ ບໍລິສັດ ຜູ້ປະກອບການຂົນສົ່ງຜ່ານແດນ ທີ່ມີລົດຂົນສົ່ງເຂົ້າອອກ ລະຫວ່າງປະເທດ ຮຽກຮ້ອງໃຫ້ເອົາໃຈໃສ່ປະຕິບັດແຈ້ງການຂອງຄະນະສະເພາະກິດ ເລກທີ່ 745/ຫສນຍ ແລະ ແຈ້ງການຂອງຫ້ອງວ່າການແຂວງບໍ່ແກ້ວ ເລກທີ 651/ຫວກ.ບກ ຄື ໃຫ້ແຈ້ງ ແລະ ນໍາເອົາຜູ້ຂັບລົດຜ່ານແດນທຸກຄົນຕ້ອງໄດ້ໄປກວດວັດອຸ່ນນະພູມທຸກຄັ້ງ, ເກັບຕົວຢ່າງໄປກວດຊອກຫາການຕິດເຊື້ອໂຄວິດ-19 ທຸກ14ວັນ, ທຸກຄົນຕ້ອງໄດ້ປະຕິບັດການປ້ອງກັນໂຕເອງ, ເຮັດທຸລະກໍາ ຕ້ອງຮັກສາໄລຍະຫ່າງໃຫ້ມີອຸປະກອນສໍາຫຼັບຂ້າເຊື້ອຢູ່ໃນລົດ, ຫ້າມລົງລົດໄປແວ່ຊຸມແຊວ ຫຼື ພົບປະສັງສັນກັນ ໃນລະຫວ່າງທາງ ແລະ ຕ້ອງປະຕິບັດໃຫ້ເປັນນິໃສ.


3) ໃຫ້ທຸກຄົນເອົາໃຈໃສ່ໃນການໄປຮັບການສັກວັກຊີນປ້ອງກັນໂຄວິດ-19 ເພື່ອສ້າງພູມຄຸ້ມກັນໝູ່ໃຫ້ຄົບ 2 ເຂັມ ຕາມສະຖານທີ່ໆໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນໃນແຕ່ລະໄລຍະ, ສໍາຄັນໃຫ້ເອົາໃຈໃສ່ຮັກສາຄວາມເປັນລະບຽບຮຽບຮ້ອຍ, ໃຫ້ຮັກສາໄລຍະຫ່າງຢູ່ສະຖານທີ່ບໍລິການສັກວັກຊິນ, ລັດຖະບານ ກໍຄືກະຊວງສາທາລະນະສຸກ ແມ່ນມີແຜນໃນການຈັດຫາວັກຊິນມາບໍລິການໃຫ້ແກ່ພໍ່ແມ່ປະຊາຊົນທຸກຖ້ວນໜ້າ ເພື່ອບັນລຸໃຫ້ໄດ້ 50% ຂອງປະຊາຊົນພາຍໃນແຂວງ ໃນປີ 2021.
4) ສິ່ງສຳຄັນອີກອັນໜຶ່ງ ແມ່ນການລັກລອບເຂົ້າ-ອອກເມືອງທີ່ບໍ່ຖືກຕ້ອງຍັງມີຢູ່ ເຊິ່ງສ່ຽງຕໍ່ການນຳເຂົ້າພະຍາດ ແລະ ການລະບາດຂອງພະຍາດ.
ດັ່ງນັ້ນ, ຂ້າພະເຈົ້າຮຽກຮອງໃຫ້ອຳນາດການປົກຄອງ ແລະ ປະຊາຊົນທີ່ຢູ່ລຽບຕາມຊາຍແດນຕ້ອງໄດ້ເອົາໃຈໃສ່ຖ້າມີ ແຮງງານ ລູກຫລານຂອງທ່ານ ຫາກເຂົ້າມາບໍ່ຖືກຕ້ອງ ໃຫ້ແຈ້ງ ເພື່ອນຳມາເຂົ້າສູນກັກກັນ ແລະ ກວດຫາເຊື້ອ.

ທີ່ມາ:ໜັງສືພິມບໍ່ແກ້ວ Bokeo Newspaper