ຢູ-ມັນນີ ສໍາເລັດການເບີກຈ່າຍ ເງິນອຸດໜູນ ໃນໂຄງການຫຼຸດຜ່ອນຄວາມທຸກຍາກ ຢູ່ 4 ແຂວງ ພາກເໜືອ

406

ສືບຕໍ່ເບີກຈ່າຍເງິນອຸດໜູນແບບມີເງື່ອນໄຂ ຜ່ານຕົວເເທນ u-money ເພື່ອມອບໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ, ໂຄງການດັ່ງກ່າວນີ້ ເປັນໜຶ່ງໃນຫຼາຍໆໂຄງການຂອງທຶນກູ້ຢືມຈາກ ທະນາຄານໂລກ ( World Bank ) ໂດຍໂຄງການຈະປະຕິບັດຢູ່ໃນ 4 ແຂວງ ພາກເໜືອ ເຊັ່ນ: ແຂວງຜົ້ງສາລີ, ອຸດົມໄຊ, ຫົວພັນ ແລະ ຊຽງແຂວງ.


ໃນໄລຍະຕົ້ນເດືອນມິຖຸນາ 2021 ບັນດາ 4 ແຂວງພາກເໜືອໄດ້ເລີ່ມປະຕິບັດການເບີກຈ່າຍ ເຊິ່ງໄດ້ມີການເຂົ້າຮ່ວມ ການມອບໂດຍຜູ້ຕາງໜ້າຈາກບໍລິສັດສະຕາຟິນເທັກ (u-money) ແລະ ສົມທົບກັບໂຄງການຫຼຸດຜ່ອນຄວາມທຸກຍາກປະຈໍາເມືອງ ເຊິ່ງໄດ້ເລີ່ມເບີກຈ່າຍ ໃນງວດທີ I ເເມ່ນສໍາເລັດເປັນທີ່ຮຽບຮ້ອຍເເລ້ວ, ລວມມີທັງໝົດ 12 ເມືອງ, 241 ບ້ານ 3.861 ຄົນ ລວມເປັນຈໍານວນເງິນທີ່ໄດ້ເບີກຈ່າຍ 1.389.960.000 ກີບ, ເຊິ່ງນອນໃນ 4 ເເຂວງ ຜູ້ທີ່ໄດ້ຮັບການຊ່ວຍເຫຼືອໃນໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການນີ້ ຈະໄດ້ຮັບ 180.000 ກີບ/ເດືອນ/1ຄົນ ເເລະ ໄດ້ເບີກຈ່າຍເປັນງວດ ກໍຄື 2 ເດືອນ ຈ່າຍ 1 ເທື່ອ ລວມເປັນ 360.000 ກີບ/I ງວດ/1 ຄົນ.


ໂຄງການດັ່ງກ່າວໄດ້ເຊັນສັນຍາ ໃນເດືອນ ກຸມພາ 2021 ລະຫວ່າງ ບໍລິສັດສະຕາຟິນເທັກໂດຍພາຍໃຕ້ເຄື່ອງໝາຍການຄ້າ ຢູມັນນີ (u-money) ແລະ ກະຊວງກະສິກຳ ແລະ ປ່າ ໄມ້. ຈຸດປະສົງເຊັນສັນຍາ ເພື່ອນໍາໃຊ້ຊ່ອງທາງຢູມັນນີໃນການເບີກຈ່າຍເງິນອຸດໜູນແບບມີເງື່ອນ ໄຂ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ, ດ້ວຍເປົ້າໝາຍການເບີກຈ່າຍໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດ ເຊິ່ງເປັນຄອບຄົວທີ່ທຸກຍາກ ແລະ ຫາກໍພົ້ນທຸກຈຳນວນ 42.000 ຄົນ, ຕົກເປັນມູນຄ່າທັງໝົດ 14 ລ້ານກວ່າໂດລາສະຫະລັດ ພາຍໃນ 4 ປີ.


ນອກນັ້ນ ທ້າຍເດືອນ ເມສາ 2021, ໄດ້ມີການເຊັນສັນຍາລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ ໃນໂຄງການ ການເບີກຈ່າຍເງິນອຸດໜູນ ໃຫ້ແກ່ແມ່ຍິງຖືພາ ແລະ ເດັກກ່ອນໄວຮຽນ (ອາຍຸຕໍ່າກວ່າ 6 ເດືອນ) ຜ່ານບໍລິການ u-money ຢູ່ ເມືອງສະໜາມໄຊ ແຂວງອັດຕະປື ແລະ ເມືອງນອງ ແຂວງສະຫວັນນະເຂດ. ການເບີກຈ່າຍເງິນຊ່ວຍເຫຼືອໃນຄັ້ງນີ້ ຜູ້ໄດ້ຮັບການຊ່ວຍເຫຼືອຈະໄດ້ຮັບເງິນ 150.000 ກີບ/ເດືອນ ສໍາລັບການເບີກຈ່າຍແມ່ນ 2 ເດືອນເບີກຈ່າຍ 1ຄັ້ງ ເຊິ່ງການເບີກຈ່າຍເງິນຊ່ວຍເຫຼືອໃນຄັ້ງນີ້ ຜູ້ໄດ້ຮັບການຊ່ວຍເຫຼືອແມ່ນຈະໄດ້ຮັບເງິນ 150.000 ກີບ/ຄົນ/ເດືອນ ສໍາລັບການເບີກຈ່າຍແມ່ນ 2 ເດືອນເບີກຈ່າຍຄັ້ງໜຶ່ງ ເຊິ່ງຕົກເປັນມູນຄ່າທັງໝົດ 3,78 ຕື້ກີບ ແຜນການຈັດຕັ້ງປະຕິບັດການເບີກຈ່າຍຄາດວ່າຈະຈັດຕັ້ງປະຕິບັດ ແຕ່ກາງ ປີ 2021 ຈົນເຖິງທ້າຍ ປີ 2022 ເປັນໄລຍະເວລາ 18 ເດືອນ ໂດຍນຳໃຊ້ການເບີກຈ່າຍ ເງິນຊ່ວຍເຫຼືອ ຜ່ານບໍລິການ u-money ເຊິ່ງຈະຊ່ວຍໃຫ້ກຸ່ມເປົ້າໝາຍ ທີ່ໄດ້ຮັບຜົນປະໂຫຍດ ຮັບເງິນໄດ້ທ່ວງທັນເວລາ ແລະ ໄດ້ຮັບເງິນສະຫວັດດີການໂດຍກົງ.


ການປະສານງານກັບ u-money ໃນການເບີກຈ່າຍເງິນ ແກ່ປະຊາຊົນ ຈະຊ່ວຍໃຫ້ປະຊາຊົນທີ່ດໍາລົງຊີວິດໃນເຂດຕ່າງແຂວງໄດ້ຮັບເງິນອຸດໜູນດັ່ງກ່າວໂດຍກົງ ເນື່ອງຈາກປະຊາ ຊົນໃນໂຄງການດັ່ງກ່າວ ແມ່ນອາໄສຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ ການເດີນທາງໄປມາ ແມ່ນຂ້ອນຂ້າງມີເງື່ອນໄຂຫຍຸ້ງຍາກດ້ານພາຫະນະ, ເສັ້ນທາງ ແລະ ອື່ນໆ ການນໍາໃຊ້ຊ່ອງທາງ u-money ຈະຊ່ວຍໄດ້ຫຼາຍ ແກ່ປະຊາຊົນໃນໂຄງການໄດ້ຮັບຜົນປະໂຫຍດທັນເວລາ ແລະ ປອດໄພບໍ່ເສຍເວລາຫຼາຍ.


ຢູມັນນີ ສາມາດເຮັດທຸລະກໍາໄດ້ຫຼາຍຢ່າງ ກາຍເປັນຊ່ອງທາງທີ່ດີທີ່ສຸດແກ່ຄົນຍົກໃໝ່ ນອກຈາກການຊໍາລະ ຫຼື ໂອນແລ້ວ ກໍສາມາດນໍາໃຊ້ເປັນຊ່ອງທາງໂອນໃນຈຸດປະສົງອື່ນກໍໄດ້ເຊັ່ນກັນ ເຊິ່ງໃນເດືອນ ທັນວາ ປີ 2020 unitel ກໍໄດ້ນໍາໃຊ້ ຢູມັນນີ ເພື່ອເປັນຊ່ອງທາງໃນການໂອນເງິນຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ທີ່ແຂວງ ສະຫວັນນະເຂດ ມູນຄ່າທັງໝົດ 500 ລ້ານກີບ ໂອນເຂົ້າເບີມືຖືຂອງປະຊາຊົນທີ່ປະສົບໄພຈໍານວນ 1.200 ຄອບຄົວໂດຍທຸກຄົນສາມາດຖອນເງິນດັ່ງກ່າວໄດ້ໂດຍກົງກັບພະນັກງານ ຢູນີເທວ ຫຼື ຕົວແທນຜູ້ໃຫ້ບໍລິການ ຢູມັນນີ ສ້າງຄວາມສະດວກສະບາຍແກ່ພໍ່ແມ່ ປະຊາຊົນທີ່ໄດ້ຮັບເງິນໂດຍກົງ, ໄວ ແລະ ປອດໄພ.