6 ເດືອນຕົ້ນປີ ແຂວງສະຫວັນນະເຂດ ຈັດເກັບລາຍຮັບໄດ້ເກືອບ 50% ຂອງແຜນປີ

715

6ເດືອນຕົ້ນປີ ແຂວງສະຫວັນນະເຂດເກັບລາຍຮັບໄດ້48,11% ຂອງແຜນການປີ; ໃນນີ້ພູດຂອງຂອງສູນກາງປະຕິບັດຢູ່ແຂວງ ໄດ້55,22% ແລະ ລາຍຮັບຂອງທ້ອງຖິ່ນ ປະຕິບັດໄດ້ 39,81% ຂອງແຜນການປີ.

ຕາມການລາຍງານຂອງທ່ານ ນາງ ບົວສະຫວັນ ຫຼຸຍບົວທອງ ຮອງຫົວໜ້າພະແນກການເງິນແຂວງ ໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳ 6 ເດືອນຕົ້ນປີ ແລະວາງທິດທາງແຜນການຄາດຄະເນຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2021 ຂອງພະແນກການເງິນແຂວງ ລະຫວ່າງວັນທີ 8-9 ກໍລະກົດ 2021 ຢູ່ທີ່ຫໍວັດທະນະທຳ ໄກສອນພົມວິຫານວ່າ:ການຈັດເກັບງົບປະມານ ໃນ 6 ເດືອນຕົ້ນປີ ໄດ້ທັງໝົດ 743,46 ຕື້ກີບ ເທົ່າກັບ 48,11% ຂອງແຜນການປີ.


ໃນນີ້ ພູດຂອງຂອງສູນກາງປະຕິບັດຢູ່ແຂວງ ໄດ້ທັງໝົດ 464,86 ຕື້ກີບ ເທົ່າກັບ 55,22% ຂອງແຜນການປີ, ສ່ວນພູດລາຍຮັບຂອງທ້ອງຖິ່ນ ປະຕິບັດໄດ້ 280,07 ຕື້ກີບ ເທົ່າກັບ 39,81% ຂອງແຜນການປີ, ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 10,65%, ແຕ່ຖ້າທຽບໃສ່ 6 ເດືອນຕົ້ນປີ ຖືວ່າບໍ່ໄດ້ຕາມແຜນ ຈຳນວນ 72,12 ຕື້ກີບ.


ສຳລັບລາຍຈ່າຍ ໃນ 6 ເດືອນຕົ້ນປີ ປະຕິບັດໄດ້ 347,37 ຕື້ກີບ ເທົ່າກັບ 47,06% ຂອງແຜນການປີ, ໃນນັ້ນປະກອບດ້ວຍ ຈ່າຍເງິນເດືອນ ແລະເງິນອຸດໜູນ, ຈ່າຍເງິນນະໂຍບາຍ ແລະຊ່ວຍໜູນ, ລາຍຈ່າຍບໍລິຫານ, ຈ່າຍເງິນດັດສົມສົ່ງເສີມ, ລາຍຈ່າຍອື່ນໆ, ນອກນັ້ນ ຍັງມີລາຍຈ່າຍຊື້ຊັບສົມບັດ ແລະລາຍຈ່າຍການລົງທຶນຂອງລັດ.


ທ່ານ ນາງ ບົວສະຫວັນ ຫຼຸຍບົວທອງ ຍັງໄດ້ລາຍງານໃຫ້ຮູ້ອີກວ່າ: ສຳລັບຄາດຄະເນປະຕິບັດແຜນງົບປະມານ 6 ເດືອນທ້າຍປີ ກໍຄືການຈັດຕັ້ງປະຕິບັດລາຍຮັບໝົດປີ 2021 ສູ້ຊົນໃຫ້ໄດ້ 1.447,88 ຕື້ກີບ ຫຼືເທົ່າກັບ 93,70%, ໃນນັ້ນ ພູດຂອງສູນກາງ ໃຫ້ໄດ້ 844,57 ຕື້ກີບ ເທົ່າກັບ 100,33%; ພູດຂອງທ້ອງຖິ່ນ ຄາດຄະເນປະຕິບັດໃຫ້ໄດ້ 603,31 ຕື້ກີບ ເທົ່າກັບ 85,76%. ສ່ວນລາຍຈ່າຍໝົດປີ 2021 ຈະປະຕິບັດໃຫ້ໄດ້ 737,58 ຕື້ກີບ ເທົ່າກັບ 99,93% ຂອງແຜນການປີ.