“ ເບຄອນເຄືອບໂຊຈູນ້ຳເຜິ້ງ ” ຂອງແກ້ມຍາມເຫງົາຂອງສາວໂສດຍຸກໂຄວິດ

800

ມື້ນີ້ຜູ້ຂຽນໄປຊອກຫາເມນູທີ່ກິນຫຼິ້ນ ຫຼື ຈະກິນເປັນກັບແກ້ມກໍໄດ້ມາຝາກສາວໆເອົາໄປເຮັດກິນແກ້ເຫງົາກັນເບິ່ງ ພ້ອມແລ້ວເຮົາໄປເຮັດກິນກັນເລີຍ.

May be an image of food

ວັດຖຸດິບ ແລະ ສ່ວນປະກອບ ມີພຽງແຕ່ 3 ຢ່າງເທົ່ານັ້ນ ກໍຄືເບຄອນ 200 ກຣາມ, ໂຊຈູ 60 ມິນລີລິດ ( ກິ່ນໃດກໍໄດ້ ) ແລະ ສຸດທ້າຍກໍແມ່ນນ້ຳເຜິ້ງ 7,5 ມິນລີລິດ.

May be an image of food and indoor

ວິທີເຮັດ

No photo description available.

ປາດເຄິ່ງເບຄອນ ລຽງໃສ່ໝໍ້ຈືນບໍ່ມີນ້ຳມັນ ຄ້າງໄຟ 180 ອົງສາ ຕັ້ງເວລາ 10 ນາທີ.

ໄດ້ເບຄອນແຫ້ງກອບສົມໃຈ ແລ້ວພັກໄວ້ກ່ອນຕໍ່ໄປແມ່ນເຮັດຊັອດເຄືອບ.

ຄ້າງໝໍ້ກະທະບໍ່ມີນ້ຳມັນ ໃສ່ໂຊຈູລົງໄປ ຕາມດ້ວຍນ້ຳເຜິ້ງ ຄົນປະສົມໃຫ້ເຂົ້າກັນຄ້າງໄຟອ່ອນ.

No photo description available.

ຕົ້ມຂ້ຽວໃຫ້ຟົດຈັກໜ້ອຍຈົນນ້ຳຊັອດຂຸ້ນໜຽວ ໃຊ້ເວລາບໍ່ດົນ.

ໜຽວຈັກໜ້ອຍແລ້ວກໍເທເບຄອນລົງໄປຄົນໆ ເພື່ອໃຫ້ເບຄອນເຄືອບກັບນ້ຳຊັອດ.

ຮຽບຮ້ອຍແລ້ວກັບອາຫານກິນຫຼິ້ນ ຫຼື ຈະກັບແກ້ມກໍໄດ້ ຫອມນິດໆ ຫວານຈັກໜ່ອຍ ພ້ອມເສີບແລ້ວ.

May be an image of food

ທີ່ມາ: https://www.sanook.com/women/178369/?utm_source=fb-sanookeveryday&utm