ວຽງຄຳ ຈັນທະວົງ MRL15 ເປົ້າໝາຍໃນເວທີ Mister International Laos ຄືຢືນຢູ່ຈຸດສູງສຸດ

618

ດີກຣີເຈົ້າຂອງຕໍາແໜ່ງມວຍຈີນ ( ລໍາມວຍຈີນ ) ໄດ້ອັນດັບ 1 ມາເຖິງ 2 ລາຍການ ຄວາມຫຼໍ່ ຫຸ່ນດີ ແມ່ນບໍ່ເປັນສອງຮອງໃຜໜຸ່ມຄົນນີ້ ວຽງຄຳ ຈັນທະວົງ ຫຼື ວຽງ ໝາຍເລກ MRL15 ປັດຈຸບັນອາຍຸ 22 ປີ ຈາກນະຄອນຫຼວງວຽງຈັນ ແລະ ຍັງບໍ່ທັນມີສັງກັດເທື່ອ ສໍາລັບໂມເດວລິງໃດສົນໃຈສາມາດສົ່ງທັກຫານ້ອງໄດ້ເດີ.

May be an image of 1 person, standing and indoor

ຜ່ານມາ ວຽງ ເຄີຍລົງປະກວດມວຍຈີນ ( ລຳມວຍ ) ໄດ້ລົງໄປ 4 ລາຍການ ໄດ້ທີ 1 ສອງລາຍການ ແລະ ໄດ້ທີ 2 ອີກສອງລາຍການເລີຍ ບໍ່ທໍາມະດາສໍາລັບຄວາມສາມາດຂອງໜຸ່ມຄົນນີ້ ຄວາມໃຝ່ຝັນກ່ຽວກັບເວທີ Mister Inter nation Laos ແມ່ນຢາກເປັນ The winner ແລະ ຢາກເປັນນາຍແບບ, ນັກສະແດງ ອີກທັງມີແຜນທີ່ວາງໄວ້ຫຼັງຈາກຮຽນຈົບແມ່ນຈະເກັບຕົວ ແລະ ພັດທະນາຕົນເອງ ເພື່ອລົງແຂ່ງເພາະກາຍຮຸ່ນ Mo del.

May be an image of 1 person

ປັດຈຸບັນແມ່ນເປັນເທຣນເນີ ກໍາລັງຮຽນ ແລະ ຫາປະສົບການໄປເລື້ອຍໆ ເພື່ອນຳມາພັດທະນາຕົວເອງ ແລະ ກໍມີຄະຕິປະຈໍາໃຈຢູ່ວ່າ “ ເຖິງແມ່ນວ່າຈະລົ້ມຈັກເທື່ອກໍຈະລຸກຂຶ້ນ ແລະ ກ້າວຕໍ່ໄປ ພັດທະນາຕົນເອງຢ່າງບໍ່ຢຸດຢ່ອນ ເພື່ອໄປໃຫ້ຮອດເປົ້າໝາຍທີ່ຕົນເອງຕັ້ງໄວ້ ”.

May be an image of 2 people, people standing and indoor

ວຽງເອງຈະໃຊ້ຄວາມສາມາດທີ່ຕົນເອງມີ ກໍຄືດ້ານກີລາທີ່ຕົນໄດ້ຝຶກມາ ເພື່ອຢາກສະແດງອອກສູ່ສາຍຕາທຸກຄົນ ແລະ ໄວໜຸ່ມລາວເຮົາໄດ້ເຫັນ ເຊື່ອວ່າຈຸດເດັ່ນຂອງນ້ອງເອງບໍ່ວ່າຈະເປັນຫຸ່ນ, ບຸກຄະລິກກະພາບ ແລະ ຄວາມສາມາດ ແມ່ນຈະເອົາຊະນະໃຈຄະນະກຳມະການ ເພື່ອໃຫ້ໄດ້ຕຳແໜ່ງ Mister model Laos or mister Laos.

May be an image of 1 person, beard, biceps, standing and indoor

ການກຽມຕົວເພື່ອມາເວທີນີ້ ຫຼັກໆເລີຍກໍຈະເປັນທາງດ້ານຫຸ່ນ, ພາສາ ແລະ ຄວາມສາມາດ ສ່ວນທີ່ຜ່ານມາກໍແມ່ນເຄີຍເດີນແບບເພື່ອການກຸສົນ ເພື່ອນຳເອົາເງິນໄປຊ່ວຍເຫຼືອໂຮງຮຽນ ແລະ ເດັກນ້ອຍ ສໍາລັບກິດຈະກຳຍາມວ່າງທີ່ມັກເຮັດ ກໍຈະເຂົ້າສູນອອກກໍາລັງກາຍ ແລະ ຫຼິ້ນກີລາອື່ນໆ ໃນຮູບແບບຂອງການແຕ່ງຕົວກໍຈະລຽບງ່າຍ ຂຶ້ນກັບງານທີ່ເຮົາຈະໄປ ຖ້າເປັນງານທີ່ທາງການແດ່ກໍຈະແຕ່ງຕົວສຸພາບຮຽບຮ້ອຍ ແລະ ທີ່ຜ່ານມາກໍເຄີຍມີຜົນງານບໍ່ວ່າຈະເປັນເດີນແບບ, ຖ່າຍໂຄສະນາ, ຣີວິວສິນຄ້າ ແລະ ອື່ນໆ.

May be an image of 1 person and standing

ສຸດທ້າຍນີ້ກໍຂໍຝາກເຊຍໃຫ້ກຳລັງໃຈນ້ອງ MRL15 ແລະ ສາມາດຕິດຕາມຜົນງານທາງ Facebook : Vieng Chan thavongsa, Instagram: vieng_chanthavongsa ຄາດວ່າໃນມໍ່ໆນີ້ຈະມີເພຈ໌ ແລະ ຊ່ອງຕົວເອງ ເພື່ອໃຫ້ ຄວາມຮູ້ທາງດ້ານສຸຂະພາບ ແລະ ການອອກກຳລັງກາຍ ເປັນຈັ່ງໃດກໍຂໍຝາກທຸກຄົນຕິດຕາມນໍາເດີ.

May be an image of 1 person, standing, mountain and sky

ຮູບ: Vieng Chanthavongsa