ນາຍົກລັດຖະມົນຕີຟ້າມມິນຈິງ ຂອງຫວຽກນາມ ເຄື່ອນໄຫວກວດກາວຽກງານປິ່ນປົວໂຄວິດ-19 ຢູ່ບັນດາແຂວງທາງພາກໃຕ້

321

ຕາມຂ່າວ(VOVWORLD) ໃຫ້ຮູ້ວ່າ:  ຕອນເຊົ້າວັນທີ 11 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ, ກວດກາ ແລະ ລະດົມກຳລັງໃຈບັນດາແພດໝໍ ແລະ ຄົນເຈັບຢູ່ໂຮງໝໍວັນນະໂລກ ແລະ ພະຍາດປອດແຂວງ ໄຕນິງ ແລະ ສູນຄວບຄຸ້ມໂລກລະບາດ ໄຕນິງ ( CDC ໄຕນິງ).

ປະຈຸບັນດາ, ໂຮງໝໍວັນນະໂລກ ແລະ ພະຍາດປອດ ໄຕນິງ ພວມປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ 42 ຄົນ ມີສຸຂະພາບເປັນປົກກະຕິ. ໂດຍຕາງໜ້າໃຫ້ແກ່ລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ຢື້ນຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ຍ້ອງຍໍບັນດາຄວາມມານະພະຍາຍາມ, ລຳບາກ, ການເສຍສະຫຼະຂອງຖັນແຖວແພດໝໍຢູ່ໂຮງໝໍ.

ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງ ໄຕນິງ ມີແຜນການເພື່ອບໍ່ປະໃຫ້ພະຍາດຕິດແປດຕໍ່ແພດໝໍ ແລະ ຈາກໂຮງໝໍອອກສູ່ຊຸມຊົນ; ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ເບິ່ງແຍງດູແລໃຫ້ແກ່ຄົນເຈັບໃຫ້ເປັນຢ່າງດີ, ບໍ່ປະໃຫ້ຄົນເຈັບຖືກເສຍຊີວິດ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ວຽກງານປ້ອງກັນ ຕ້ານໂລກລະບາດຄັ້ງນີ້ ແມ່ນບໍ່ເຄີຍມີມາກ່ອນ, ສະນັ້ນ ທັງເຮັດທັງສ້າງໃຫ້ສຳລັດ.ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກໍ່ໄດ້ໄປຢ້ຽມຢາມສູນຄວບຄຸ້ມໂລກລະບາດ ໄຕນິງ ( CDC ໄຕນິງ).

ກ່ອນໜ້ານັ້ນ, ຕອນຄໍ່າວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມິນຈິງ ໄດ້ມີການເຮັດວຽກກັບຄະນະກຳມະການປະຊາຊົນແຂວງ ລອງອານ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແລະ ປະຊາຊົນແຂວງ ລອງອານ ສະຫຼຸບ, ທະວີຄູນບັນດາຮູບແບບດີເດັ່ນ, ວິທີເຮັດທີ່ດີໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ການພັດທະນາເສດຖະກິດ-ສັງຄົມ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ທັງເຮັດທັງຖອດຖອນບົດຮຽນ.

ໃນຕອນຄ່ຳວັນທີ 10 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນແຂວງ; ຢ້ຽມຢາມ, ກວດກາ ແລະ ເຮັດວຽກຢູ່ໂຮງໝໍກາງສະໜາມ ເຈີນຈຸ, ແຂວງ ລອງອານ.

ນັບແຕ່ເວລາ 19 ໂມງຂອງວັນທີ 10 ກໍລະກົດ ມາຮອດເວລາ 12 ໂມງຂອງວັນທີ 11 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ – 19 ຕື່ມອີກ 1.240 ຄົນ, ໃນນັ້ນ ນະຄອນໂຮ່ຈີມິນ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ – 19 ຫຼາຍທີ່ສຸດແມ່ນ 1.043 ຄົນ. ດັ່ງນັ້ນ, ໄລ່ຮອດເວລາ 12 ໂມງຂອງວັນທີ 11 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ – 19 ລວມທັງໝົດ 29.103 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 9.204 ຄົນ, ຜູ້ເສຍຊີວິດ 112 ຄົນ.