ແມັກເກຣເກີ ເສຍຫຼັກຈົນຂາຫັກຂະນະຊົກກັບ ປົວຣິເຢ ໝໍສັ່ງຢຸດຕິການແຂ່ງຂັນທັນທີໃນຍົກທໍາອິດ

687
Conor McGregor holds his right ankle while fighting Dustin Poirier during a UFC 264 lightweight mixed martial arts bout Saturday, July 10, 2021, in Las Vegas. (AP Photo/John Locher)

ຄໍເນີ ແມັກເກຣເກີ ນັກກີລາຕໍ່ສູ້ແບບປະສົມປະສານ ເສຍໃຫ້ກັບ ດັສຕິນ ປົວຣິເຢ ຄູ່ແຂ່ງຈາກສະຫະລັດອາເມຣິກາ ພຽງຍົກທໍາອິດ ຫຼັງໝໍສັ່ງຢຸດຕິການແຂ່ງຂັນ ໃນການແຂ່ງແຂ່ງຂັນລາຍການ UFC 246 ທີ່ລັດເນວະດາ ສະຫະລັດອາເມຣິກາ ໃນວັນທີ 11 ກໍລະກົດ 2021.

ທັງສອງຂຶ້ນແຂ່ງຂັນຊີງຕໍາແໜ່ງແຊັມສະເພາະການ ຮຸ່ນໄລເວດ ຫຼັງກ່ອນໜ້ານີ້ຊົກກັນມາແລ້ວ 2 ຄັ້ງຊະນະ 1 ແລະ ເສຍ 1 ທັງຄູ່, ແຕ່ຄັ້ງນີ້ປະກົດວ່າ: ແມັກເກຣເກີ ທີ່ດວນໝັດກັບ ປົວຣິເຢ ຢູ່ນັ້ນເສຍຫຼັກລົ້ມ ໃນຈັງຫວະທີ່ຖອຍຫຼັງ ເປັນເຫດເຮັດໃຫ້ກໍາມະການເອີ້ນແພດສະໜາມໄປເບິ່ງອາການ ແລະ ຄາດການວ່າໜ້າຈັກຫັກ ກ່ອນສັ່ງຢຸດການແຂ່ງຂັນທັນທີ.

ເຮັດໃຫ້ ປົວຣິເຢ ກາຍເປັນແຊັມສະເພາະການເທັນທີ ພ້ອມເພີ່ມສະຖິຕິຊະນະເປັນ 28 ໄຟທ໌ ( ຊະນະນ໊ອກ 14 ໄຟທ໌ ) ແລະ ເສຍ 6 ຄັ້ງ, ສ່ວນ ແມັກເກຣເກີ ເພີ່ມສະຖິຕິເສຍເປັນໄຟທ໌ທີ 6 ແລະ ຊະນະ 22 ( ຊະນະນ໊ອກ 19 )