11 ກໍລະກົດ ມີກໍລະນີຕິດເຊື້ອໃນຊຸມຊົນ 3 ຄົນ ຈາກກໍລະນີນຳເຂົ້າ 86 ຄົນ ຍອດລວມ 89 ຄົນ

749

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນວ່າ: ວັນທີ 10 ກໍລະກົດ 2021  ໄດ້ກວດວິເຄາະທັງໝົດ 1.248 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 89 ຄົນ, ຈາກ ນະຄອນຫຼວງ 17 ກໍລະນີ, ວຽງຈັນ 2 ກໍລະນີ, ຫຼວງນ້ຳທາ 1 ກໍລະນີ, ສະຫວັນນະເຂດ 27 ກໍລະນີ, ຈຳປາສັກ 39 ກໍລະນີ ແລະ ຄໍາມ່ວນ 3 ກໍລະນີ.

ໃນນັ້ນ ກໍລະນີນຳເຂົ້າມີ 86 ຄົນ ຈາກ ສະຫວັນນະເຂດ 27 ກໍລະນີ, ຈຳປາສັກ 39 ກໍລະນີ , ຄຳມ່ວນ 3 ກໍລະນີ ແລະນະຄອນຫຼວງ 17 ກໍລະນີ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ. ການຕິດເຊື້ອໃນຊຸມຊົນມີ 3 ຄົນ ຈາກ ແຂວງ ວຽງຈັນ 2 ກໍລະນີ ແລະ ຫຼວງນ້ຳທາ 1 ກໍລະນີ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ຜູ້ຕິດເຊື້ອຢູ່ແຂວງຫຼວງນໍ້າທາແມ່ນ ເພດຊາຍ ອາຍຸ 24 ປີ ສັນຊາດ ຈີນ; ຜູ້ກ່ຽວແມ່ນເຮັດວຽກ ຢູ່ ແຂວງບໍ່ແກ້ວ ມີຜູ້ສຳຜັດໃກ້ຊິດ 4 ຄົນ, ຄົນຈີນ 2 ຄົນ ແລະ ຄົນລາວ 2 ຄົນ; ໃນວັນທີ 7/7/2021 ໄດ້ໄປກວດຢູ່ ແຂວງຫຼວງນໍ້າທາ ແລະ ຜົນກວດພົບເຊື້ອ.

ສ່ວນແຂວງຈຳປາສັກເຊິ່ງໄດ້ລາຍງານມື້ວານນີ້ພົບຜູ້ຕິດເຊື້ອ 2 ຄົນ ແມ່ນພະນັກງານຢູ່ດ່ານ ແລະ ມີຜູ້ສຳຜັດໃກ້ສິດ 16 ຄົນ, ຄະນະສະເພາະກິດໄດ້ເກັບຕົວຢ່າງ ແລະ ນຳໄປຈຳກັດບໍລິເວນຢູ່ສູນກັກກັນ.

ມາຮອດມື້ນີ້ ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.719 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 511 ຄົນ.ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 49 ສູນ ແລະ ມີຜູ້ຈຳກັດບໍລິເວນ 5.407 ຄົນ.

ປັດຈຸບັນ ໂລກຂອງພວກເຮົາຍັງພະເຊີນໜ້າກັບການລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງ ແລະ ຫຼາຍປະເທດແມ່ນມີການລະບາດຮອບໃໝ່ເຊິ່ງເຮັດໃຫ້ຈະຕ້ອງເລື່ອນມາດຕະການຜ່ອນຜັນອອກໄປຕື່ມເຊິ່ງສາເຫດແມ່ນມາຈາກສາຍພັນໃຫມ່. ດັ່ງນັ້ນ, ຂໍໍຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ໃນການປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ສະບັບເລກທີ 745/ຫສນຍ, ລົງວັນທີ 4 ກໍລະກົດ 2021.


ອີກເທື່ອໜຶ່ງ ໃຫ້ທຸກຄົນ ຮີບຮ້ອນໄປສັກວັກຊີນ ເຂັມ 2 ຕາມກຳນົດ, ຕາມຈຸດ ບໍລິການສັກວັກຊີນ ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ,ຈຶ່ງໃຫ້ທ່ານຕິດຕາມ ແຈ້ງການຂອງໜ່ວຍງານສັກຢາ ໃນເຂດທີ່ໃກ້ບ້ານທ່ານ ເພື່ອສະດວກໃນການລົງທະບຽນ ແລະ ການເດີນທາງໄປສັກ ຕາມກຳນົດເວລາ ແລະ ສິ່ງສຳຄັນ ແມ່ນໃຫ້ຮັກສາຄວາມເປັນລະບຽບຮຽບຮ້ອຍ ບໍ່ແຫຍ້ ບໍ່ແຊງຄິວກັນ ໃຫ້ຮັກສາໄລຍະຫ່າງ ແລະ ບໍ່ໃຫ້ກັງວົນ ວ່າ ວັກຊີນຈະບໍ່ພຽງພໍສັກ ເພາະ ພັກ ແລະ ລັດຖະບານ ກໍ່ຄື ກະຊວງສາທາລະນະສຸກ ແມ່ນມີແຜນໃນການຈັດຫາວັກຊີນມາບໍລິການໃຫ້ແກ່ປະຊາຊົນທຸກທົ່ວໜ້າ ເພື່ອບັນລຸໃຫ້ໄດ້ 50 % ຂອງປະຊາຊົນລາວ ໃນປີ 2021.