ອັງກິດ ແຂ່ງໃນບ້ານ ລຸ້ນສ້າງປະຫວັດສາດໜ້າໃໝ່, ແຕ່ສະຖິຕິການພົບກັນ ອິຕາລີ ເໜືອກວ່າຫຼາຍ ຊິງແຂັມຢູໂຣ2020 ຄືນນີ້

644

ຕ້ອງຍົກໃຫ້ເປັນຄູ່ທີ່ສົມນໍ້າສົມເນື້ອ ແລະ ເຂົ້າໄປຊີງຊະນະເລີດໄປຕາມຄາດສໍາລັບ ທີມຊາດອັງກິດ ຈະລົງສະໜາມພົບກັບ ທີມຊາດອິຕາລີ ໃນການແຂ່ງຂັນບານເຕະ ຢູໂຣ 2020 ຮອບຊີງຊະນະເລີດໃນຄໍ່າຄືນຂອງວັນທີ 11 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາເວລາ 2:00 ໂມງຂອງວັນທີ 12 ກໍລະກົດ ).

ນັດນີ້ອັງກິດ ໄດ້ປຽບເພາະແຂ່ງຂັນໃນສະໜາມແຫ່ງຊາດຂອງປະເທດອັງກິດກໍຄື ເວມບຣີ ສະເຕດ້ຽມ ຕັ້ງຢູ່ນະຄອນຫຼວງລອນດອນ ປະເທດອັງກິດ, ແຕ່ເມື່ອທຽບສະຖິຕິການພົບກັນແລ້ວ ອິຕາລີ ເໜືອກວ່າຫຼາຍ ແລະ ມີໂອກາດຈະເປັນແຊັມຢູໂຣ 2020.

ທັງສອງທີມຜ່ານຮອບຮອງຊະນະເລີດໄດ້ມາແບບລຸ້ນເມື່ອຍໜັກ ເພາະໄລຍະ 90 ນາທີບໍ່ສາມາດຕັດສິນໄດ້ເປັນຕົ້ນແມ່ນ ອິຕາລີ ຕ້ອງຕັດສິນກັນດ້ວຍການດວນຈຸດໂທດເອົາຊະນະ ແອັດສະປາຍ 4-2 ຫຼັງສະເໝີກັນ 1-1, ສ່ວນ ອັງກິດ ຕ້ອງຕໍ່ເວລາພິເສດອີກ 30 ນາທີຈິ່ງຈະສາມາດບຽດເອົາຊະນະ ດານມາກ 2-1 ເຂົ້າຮອບຊີງຊະນະເລີດໄປຕາມນັດ.

ແນ່ນອນສິ່ງທີ່ໜ້າຕິດຕາມໃນນັດຊີງຊະນະເລີດ 2020 ກໍຄື ອັງກິດ ໄດ້ປຽບເລັກໜ້ອຍເພາະແຂ່ງຂັນໃນສະໜາມປະເທດຂອງຕົວເອງ ແລະ ມີສະຖິຕິເສຍປະຕູພຽງ 1 ໜ່ວຍເທົ່ານັ້ນໃນຢູໂຣ 2020, ສ່ວນສະຖິຕິການພົບກັນ 27 ຄັ້ງທີ່ຜ່ານມາປາກົດວ່າ ອັງກິດ ເປັນຮອງຊະນະໄດ້ພຽງ 8 ນັດ, ສ່ວນ ອິຕາລີ ຊະນະໄດ້ເຖິງ 11 ນັດ ທີ່ເຫຼືອ 8 ນັດແມ່ນສະເໝີກັນໃນທຸກລາຍການ ໂດຍ

ສະເພາະໃນລາຍການໃຫຍ່ຢ່າງ ບານໂລກ ແລະ ຢູໂຣ ພົບກັນມາ 4 ຄັ້ງ ອັງກິດ ບໍ່ເຄີຍຊະນະ ຫຼື ສະເໝີ ອິຕາລີ ໄດ້ເລີຍແມ່ນແຕ່ນັດດຽວດັ່ງນີ້:
1.ຢູໂຣ 1980 ຮອບແບ່ງກຸ່ມ: ອິຕາລີ ຊະນະ ອັງກິດ 1-0
2.ບານໂລກ 1990 ນັດຊີງອັນດັບ 3: ອິຕາລີ ຊະນະ ອັງກິດ 2-1

3.ຢູໂຣ 2012 ຮອບ 8 ທີມສຸດທ້າຍ: ອິຕາລີ ດວນຈຸດໂທດຊະນະ ອັງກິດ 4-2 ຫຼັງສະໝີກັນ 0-0
4.ບານໂລກ 2014 ຮອບແບ່ງກຸ່ມ: ອິຕາລີ ຊະນະ ອັງກິດ 2-1
ຕ້ອງຕິດຕາມກັນວ່າ ການແຂ່ງຂັນໃນບ້ານ ແລະ ສະຖິຕິການພົບກັນ ຈະເປັນຜົນຕໍ່ການແຂ່ງຂັນໜ້ອຍຫຼາຍສໍາໃດ.
ສ່ວນນັກເຕະທີ່ຍິງປະຕູໄດ້ສູງສຸດໃນ ຢູໂຣ 2020 ປັດຈຸບັນມີດັ່ງຮູບນີ້: ອັງກິດ 2 ຄົນ ( ເຄນ ຍິງ 4 ປະຕູ ແລະ ສະເຕີລິງ ຍິງ 3 ປະຕູ ), ອິຕາລີ 5 ຄົນຍິງໄດ້ 2 ປະຕູເທົ່າກັນ