
ຄວາມຝັນທີ່ ລິໂອເນລ ເມສຊີ ຄອງແຊັມລາຍການໃຫຍ່ໆກັບທີມຊາດອາກຊັງຕິນ ເປັນຄວາມຈິງແລ້ວ ຫຼັງຈາກທີ່ ອັງເຄລ ດິ ເມຍເຣຍ ຍິງປະຕູໄຊໃຫກັບ ອາກຊັງຕິນ ບຽດເອົາຊະນະ ບຣາຊິລ 1-0 ຄວ້າແຊັມ ໂຄປາ ອາເມຣິກາ ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2021.
ເມສຊີ ເຖິງຈະເປັນນັກເຕະທີ່ປະສົບຜົນສໍາເລັດກັບສະໂມສອນຢ່າງຫຼວງຫຼາຍ ແຕ່ຜົນງານກັບທີມຊາດກັບອົກຮັກຕະຫຼອດ ໂດຍສະເພາະຜົນງານທີ່ເຈັບໃຈທີ່ສຸດກໍຄືໃນບານໂລກ 2014 ໄດ້ຮອງແຊັມຫຼັງເສຍໃຫ້ກັບ ເຢຍລະມັນ 0-1 ໃນຮອບຊີງຊະນະເລີດ.
ແຕ່ຫຼ້າສຸຸດນັດຊີງຊະນະເລີດການແຂ່ງຂັນບານເຕະ ໂຄປາ ອາເມຣິກາ 2021 ຈັດຂຶ້ນໃນຕອນເຊົ້າຂອງມື້ນີ້ ປາກົດວ່າ: ອາກຊັງຕິນ ຂຶ້ນນໍາ 1-0 ຈາກຈັງຫວະທີ່ ໂຣດຣິໂກ ເດິ ປອລ ເປີດບ້ານຂຶ້ນໜ້າໃຫ້ກັບ ດິ ເມເຣຍ ກ່ອນເຕະບານຂ້າມຫົວຂອງ ເອແດສັນ ເຂົ້າປະຕູໄປ.
ສ່ວນໄລຍະເວລາທີ່ເຫຼືອທັງສອງທີມຕ່າງກໍມີໂອກາດ ແຕ່ບໍ່ມີປະຕູເກີດຂຶ້ນ ເຮັດໃຫ້ ອາກຊັງຕິນ ເອົາຊະນໄປ 1-0 ຄວ້າແຊັມໄປຄອງ ແລະ ເຮັດໃຫ້ ເມສຊີ ສາມາດປົດລ໊ອກຄວ້າແຊັມລາຍການໃຫຍ່ໆກັບທີມຊາດໄດ້ສໍາເລັດອີກດ້ວຍ, ສ່ວນນັດຊີງອັນດັບ 3 ໂຄລົມບີ ເອົາຊະນະ ເປຣູ 3-2 ຄວ້າອັນດັບ 3 ໄປຄອງ
ນອກນັ້ນ, ຕໍາແໜ່ງດາວຍິງສູງສຸດເປັນຂອງ ລິໂອເນລ ເມສຊີ ກອງໜ້າທີມຊາດອາກຊັງຕິນ ຍິງໄປ 4 ປະຕູ ເທົ່າກັບ ຫຼຸຍ ດິອາຊ ຈາກໂຄລົມບີ.