ແຂວງອຸດົມໄຊ ສໍາເລັດການລົງມອບເຂົ້າສານໜຽວ ຈຳນວນ 66 ໂຕນ ຊ່ວຍເຫຼືອປະຊາຊົນທີ່ປະສົບເຄາະຮ້າຍຈາກໄພແຫ້ງແລ້ງ, ສັດຕູພືດທຳລາຍ ແລະໄພນ້ຳຖ້ວມ

471

ພະແນກແຮງງານ ແລະສະຫວັດດີການສັງຄົມແຂວງອຸດົມໄຊ ສໍາເລັດການລົງມອບເຂົ້າສານໜຽວ ຈຳນວນ 66 ໂຕນ 660 ກິໂລກຼາມ ຊ່ວຍເຫຼືອປະຊາຊົນທີ່ປະສົບເຄາະຮ້າຍຈາກໄພແຫ້ງແລ້ງ, ສັດຕູພືດທຳລາຍ ແລະໄພນ້ຳຖ້ວມ ປີ 2020 ຢູ່ເມືອງໄຊ, ເມືອງແບງ, ເມືອງຮຸນ ແລະເມືອງປາກແບງ ເມື່ອວັນທີ 09 ກໍລະກົດ 2021


ປະຕິບັດໃຫ້ການຊ່ວຍເຫຼືອບັນເທົ່າທຸກ ໃຫ້ແກ່ປະຊາຊົນຜູ່ທີ່ປະສົບໄພແຫ້ງແລ້ງ, ສັດຕູພຶດທໍາລາຍຜົນລະປູກ ແລະໄພນ້ຳຖ້ວມ ໃນປີ 2020 ທີ່ຜ່ານມາ ແລະປະຕິບັດຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງ ແຮງງານ ແລະສະຫວັດດີການສັງຄົມ, ສະບັບເລກທີ 2336/ຮສສ, ນະຄອນຫຼວງວຽງຈັນ, ລົງວັນທີ່ 25 ມີຖຸນາ 2021 ວ່າດ້ວຍການອະນຸມັດເຂົ້າກິນຂອງໂຄງການເພື່ອນຮ່ວມງານ KR1 ປີ 2021 ຊ່ວຍເຫຼືອປະຊາຊົນທີ່ປະສົບເຄາະຮ້າຍຈາກໄພແຫ້ງແລ້ງ, ສັດຕູພືດທຳລາຍ ແລະໄພນ້ຳຖ້ວມ ປີ 2020 ຢູ່ແຂວງອຸດົມໄຊ.

ມາໃນລະຫວ່າງ ວັນທີ 06 ຫາ 09 ກໍລະກົດ 2021 ນີ້ ທ່ານ ນາງ ໄຊສະຫວັນ ນັນທະໄຊ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງອຸດົມໄຊ, ຮອງປະທານຄະນະກຳມະການປ້ອງກັນ ແລະຄວບຄຸມໄພພິບັດຂັ້ນແຂວງ ພ້ອມດ້ວມທີມງານຈາກພະແນກແຮງງານ ແລະສະຫວັດດີການສັງຄົມແຂວງອຸດົມໄຊ ໄດ້ລົງມອບເຂົ້າສານໜຽວ ຈຳນວນ 66,660 ກິໂລກຼາມ ໃຫ້ແກ່ເມືອງໄຊ, ເມືອງແບງ, ເມືອງຮຸນ ແລະເມືອງປາກແບງ ທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ, ສັດຕູພືດທຳລາຍ ແລະໄພນ້ຳຖ້ວມ ໃນໄລຍະປີ 2020 ຜ່ານມາ. ເຊິ່ງມີບ້ານທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ, ສັດຕູພືດທຳລາຍ ແລະໄພນ້ຳຖ້ວມ ທັງໝົດຈຳນວນ 38 ບ້ານ, ມີ 2.502 ຄອບຄົວ, ມີພົນລະເມືອງທັງໝົດ 13.332 ຄົນ ຍິງ 6.514 ຄົນ.

ໃນນີ້, ເມືອງໄຊ ມີ 11 ບ້ານ, ມີ 612 ຄອບຄົວ, ພົນລະເມືອງທັງໝົດ 3,154 ຄົນ. ຍິງ 1.464 ຄົນ ໄດ້ຮັບເຂົ້າຊ່ວຍເຫຼືອທັງໝົດ ຈໍານວນ 15.770 ກິໂລກຼາມ; ເມືອງແບງ ມິ 14 ບ້ານ, ມີ 1.251 ຄອບຄົວ, ພົນລະເມືອງທັງໝົດ 7.061 ຄົນ ຍິງ 3.487 ຄົນ ໄດ້ຮັບເຂົ້າຊ່ວຍເຫຼືອ ທັງໝົດຈໍານວນ 35.305 ກິໂລກຼາມ;
ເມືອງຮຸນ ມີ 09 ບ້ານ, ມີ 526 ຄອບຄົວ, ພົນລະເມືອງທັງໝົດ 2.437 ຄົນ, ຍິງ 1.213 ຄົນ ໄດ້ຮັບເຂົ້າຊ່ວຍເຫຼືອ ທັງໝົດຈໍານວນ 12.185 ກິໂລກຼາມ; ເມືອງປາກແບງ ມີ 04 ບ້ານ ມີ 113 ຄອບຄົວ, ພົນລະເມືອງທັງໝົດ 680 ຄົນ ຍິງ 332 ຄົນ ໄດ້ຮັບເຂົ້າຊ່ວຍເຫຼືອ ທັງໝົດ ຈໍານວນ 3.400 ກິໂລກຼາມ.


ເປັນກຽດກ່າວມອບເຂົ້າໃຫ້ແກ່ຄອບຄົວທີ່ໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ, ສັດຕູພຶດທໍາລາຍຜົນລະປູກ ແລະໄພນ້ຳຖ້ວມ ໃນຄັ້ງນີ້ ໂດຍແມ່ນ ທ່ານ ນາງ ໄຊສະຫວັນ ນັນທະໄຊ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງອຸດົມໄຊ ຮອງປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດຂັ້ນແຂວງ ແລະກ່າວຮັບໂດຍ ແມ່ນທ່ານຮອງເຈົ້າເມືອງ 04 ເມືອງ ປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ໂດຍມີຄະນະທີມງານຈາກພະແນກ ຮສສ ແຂວງ, ຫ້ອງການ ຮສສ ເມືອງ ແລະປະຊາຊົນທີ່ໄດ້ຮັບເຂົ້າຊ່ວຍເຫຼືອເຂົ້າຮ່ວມເປັນສະຂີ່ພະຍານ. ສໍາລັບເຂົ້າທີ່ໄດ້ຮັບໃນຄັ້ງນີ້ແມ່ນທາງການນໍາເມືອງ ຈະໄດ້ຊີ້ນໍາ ຫ້ອງການ ຮສສ 04 ເມືອງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ແຈກຍາຍຕໍ່ໃຫ້ປະຊາຊົນທີ່ຖືກຜົນກະທົບໃຫ້ມີຄວາມວ່ອງໄວ ແລະຖືກຕ້ອງຕາມລະບຽບການທີ່ກໍານົດໄວ້.

(ຂໍ້ມູນຈາກພະແນກຮາວແຂວງອຸດົມໄຊ)