ສະຖານີລົດໄຟຫຼວງພະບາງ ໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະ ໄດ້ເປີດຜ້າຄຸມອອກ

1166

CRI-FM93, ສະຖານີລົດໄຟຫຼວງພະບາງ ໄດ້ສໍາເລັດການກໍ່ສ້າງພາກສ່ວນຫຼັງຄາ ແລະ ໄດ້ເປີດຜ້າຄຸມຮູບໂສມອອກ ເຊິ່ງໂຄງສ້າງຂອງຫຼັງຄາໄດ້ໃຊ້ຮູບແບບ “ສາມລວງຕັ້ງ ຫນຶ່ງລວງຂວາງ” ຖືວ່າເປັນຮູບແບບທີ່ມີຄວາມສະຫຼັບຊັບຊ້ອນ ແລະເປັນອາຄານທີ່ມີຄວາມໂດດເດັ່ນທີ່ສຸດຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ.

ສະຖານີດັ່ງກ່າວໄດ້ຮັບເຫມົາກໍ່ສ້າງໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟສປຈີນ ມີເນື້ອທີ່ທັງຫມົດ 7.970 ຕາແມັດ, ຕິດຕັ້ງ 2 ຊານສະຖານີ 4 ສາຍທາງ, ຮອງຮັບຜູ້ໂດຍສານໄດ້ຫຼາຍເຖິງ 1.200 ຄົນ, ການອອກແບບເປັນໂຄງສ້າງເຫຼັກແລະມີຫຼາຍຂັ້ນຕອນໃນການປະກອບ ແລະຕິດຕັ້ງພ້ອມທັງຕ້ອງມີຄວາມລະອຽດສູງ ແລະການກໍ່ສ້າງມີຄວາມຫຍຸ້ງຍາກທີ່ສຸດ.

ເພື່ອໃຫ້ສໍາເລັດການກໍ່ສ້າງຫຼັງຄາທີ່ມີຄຸນນະພາບ ແລະມີມາດຕະຖານສູງ ທາງໂຄງການໄດ້ນໍາໃຊ້ເຕັກໂນໂລຊີ BIM (ສ້າງແບບຈໍາລອງຂໍ້ມູນອາຄານ) ເພື່ອຈໍາລອງສະແດງການຕິດຕັ້ງຕາຫນ່າງໂຄງສ້າງເຫຼັກ ພ້ອມທັງໄດ້ສ້າງແຜນງານກໍ່ສ້າງພິເສດກັບຊ່ຽວຊານ ສປ ຈີນ.

ໃນໄລຍະໄດ້ຮັບຜົນກະທົບຂອງພະຍາດ COVID-19 ທາງໂຄງການໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ, ການກໍ່ສ້າງ ພ້ອມທັງເສີມສ້າງການປະຕິບັດວຽກງານສົມທົບກັບການກວດກາດ້ານເຕັກນິກຂອງສະຫນາມກໍ່ສ້າງຢ່າງເຂັ້ມງວດ,ເຊິ່ງເປັນການຮັບປະກັນເຖິງຄວາມສຳເລັດແລະປອດໄພໃຫ້ແກ່ຊັ້ນໂຄງສ້າງເຫຼັກຂອງຫຼັງຄາຢ່າງມີຄຸນນະພາບ.


ປັດຈຸບັນນີ້ສະຖານີລົດໄຟຫຼວງພະບາງກໍາລັງດໍາເນີນວຽກງານດ້ານການຕົບແຕ່ງ ແລະ ຕິດຕັ້ງເຄື່ອງໄຟຟ້າ, ຄາດວ່າເດືອນສິງຫານີ້ຈະສໍາເລັດຮູບໂສມທັງຫມົດຂອງອາຄານສະຖານີດັ່ງກ່າວ.