ແຂວງບໍ່ແກ້ວ ມອບ -ຮັບອາຄານ ຫ້ອງກວດວິເຄາະເຊື້ອພະຍາດໂຄວິດ -19

454

ວັນທີ 9 ກໍລະກົດ ນີ້ ຢູ່ໂຮງໝໍແຂວງບໍ່ແກ້ວ ໄດ້ມີພິທີມອບ-ຮັບ ອາຄານຫ້ອງກວດວິເຄາະ ພະຍາດໂຄວິດ-19 ໃຫ້ກຽດຂົ້າຮ່ວມຂອງ ທ່ານ ປະລິນຍາເອກ ບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ. ມີບັນດາທ່ານການນຳຂອງແຂວງ, ທ່ານ ຈາງ ຮວຍຍິນ ປະທານບໍລິສັດຮວຍຍິນກໍ່ສ້າງ ເຄຫາສະຖານ ຈຳກັດຜູ້ດຽວ. ຄະນະພະແນກສາທາລະນະສຸກແຂວງ, ຄະນະອຳນວຍການໂຮງໝໍແຂວງ ພ້ອມດ້ວຍພະນັກງານໂຮງໝໍແຂວງ ເຂົ້າຮ່ວມ.


ພິທີ ທ່ານ ເພັດສຸທອງ ພົມປັນຍາ ໄດ້ຕາງໜ້າ ທ່ານ ຈາງ ຮວຍຍິນ ລາຍງານຜົນການກໍ່ສ້າງຕໍ່ເຕີມຫ້ອງກວດວິເຄາະວ່າ:  ໄດ້ເລີ່ມລົງມືດຳເນີນການກໍ່ສ້າງ ຫ້ອງກວດວິເຄາະ ແລະ ຫ້ອງອາບນໍ້າແພດ ໂຮງໝໍແຂວງ ບໍ່ແກ້ວ ແຕ່ວັນທີ 25 ເມສາ 2021 ເປັນອາຄານ ຊັ້ນດຽວ ມີຂະໜາດ 14,1 x 5,4 ແມັດ, ເຊິ່ງມີເນື້ອທີ່ 76,14 ຕາແມັດ ເປັນໂຄງສ້າງເບຕົງເສີມເຫຼັກ, ໂຄງຫຼັງຄາເຫຼັກ ມຸງດ້ວຍຊີແພັກຝາກໍ່ດ້ວຍດິນຈີ່ໂບກສອງດ້ານ, ພື້ນປູກາໂລ, ເພດານຢິບຊ້ຳມີລະບົບໄຟຟ້າພາຍໃນ, ປະກອບແອໃສ່ຫ້ອງກວດ ຈຳນວນ 3 ໜ່ວຍ, ເຄື່ອງເຮັດນໍ້າອຸ່ນຫ້ອງນ້ຳ 1 ໜ່ວຍ.

ມີລະບົບໃຊ້, ນ້ຳເສຍ ຄົບຊຸດ 2ຫ້ອງ,ຫ້ອງອາບນໍ້າແພດ ມີ 2 ຫ້ອງ ເຊິ່ງມີຂະໜາດ 2 x 3 ແມັດ, ເຊິ່ງມີເນື້ອທີ່ 6 ຕາແມັດ ເປັນໂຄງສ້າງເບຕົງເສີມເຫຼັກ ມຸງດ້ວຍ ກະເບື້ອງຝາກໍ່ດີນຈີ່, ໂບກສອງດ້ານ, ພື້ນປູກະໂລມີອ່າງລ້າງມື ສອງຊຸດ, ເຄື່ອງນ້ຳອຸ່ນ ສອງເຄື່ອງ ມູນຄ່າຕໍ່ເຕີມກໍ່ສ້າງທັງໝົດ  326.394.000 ກີບ ແລະ ສຳເລັດການກໍ່ສ້າງ ວັນທີ 23 ມິຖຸນາ 2021.

ຈາກນັ້ນ ດຣ ຄໍາສິນ ພົມມະຫານ ອຳນວຍການໂຮງໝໍແຂວງ ຂຶ້ນຮັບ ມູນຄ່າການຊ່ວຍເຫຼືອລ້າຈາກທ່ານ ຈາງ ຮວຍຍິນ ພ້ອມທັງຮ່ວມເຊັນບົດບັນທຶກມອບ-ຮັບອາຄານຕໍ່ເຕີມຫ້ອງກວດວິເຄາະ ແລະ ຫ້ອງອາບນໍ້າແພດ ລະຫວ່າງ ທ່ານ ຈາງ ຮວຍຍິນ ຜູ້ອຸປະຖຳ, ທ່ານ ດຣ ບຸນຍະເວດ ວົງຄຳຊາວ ຫົວໜ້າພະແນກສາທາລະນະສຸກແຂວງ. ທ່ານ ດຣ ຄຳສິນ ພົມມະຫານ ອຳນວຍການໂຮງໝໍແຂວງ ໂດຍຊອງໜ້າ ທ່ານ ປບົວຄົງ ນາມມະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆບໍ່ແກ້ວ, ທ່ານ ຄຳຜະຫຍາ ພົມປັນຍາ ຮອງເຈົ້າແຂວງ ຜູ້ຊີ້ນຳຂົງເຂດວັດທະນະທຳສັງຄົມ.


ທ່ານ ດຣ ຄຳສິນ ພົມມະຫານ ອຳນວຍການໂຮງໝໍແຂວງ ໄດ້ສະແດງຄວາມຮູ້ບຸນຄຸນ ຕໍ່ທ່ານ ຈາງ ຮວຍຍິນ ປະທານບໍລິສັດຮວຍຍິນກໍ່ສ້າງ ເຄຫາສະຖານ ຈຳກັດຜູ້ດຽວ ທີ່ເຫັນຄວາມສຳຄັນຕໍ່ການຕ້ານ ແລະ ຄວບຄຸມການແຜ່ ເຊື້ອຂອງພະຍາດໂຄວິດ -19. ປະກອບສ່ວນທຶນຮອນໃນການປູກສ້າງຕໍ່ເຕີມຫ້ອງກວດວິເຄາະ ເພື່ອອຳນວຍຄວາມສະດວກໃຫ້ແພດໝໍໃນການປະຕິບັດໜ້າທີ່ໃຫ້ມີຄວາມສະດວກວ່ອງໄວຮັບປະກັນຄວາມປອດໄພ ຫວັງວ່າໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.

ຂ່າວ-ພາບ: ຄໍາພັນ ແກ້ວມະນີ