ຢູ 23 ລາວ ຮ່ວມສາຍໜັກມີ ໄທ, ມາເລເຊຍ ແລະ ມົງໂກລີ ຄັດບານເຕະຊີງແຊັມອາຊີ 2022

885

ສະຫະພັນບານເຕະອາຊີ ( ເອເອັຟຊີ ) ຈັດພິທີຈັບສະຫຼາກແບ່ງສາຍ ການແຂ່ງຂັນບານເຕະຊີງແຊ້ມອາຊີ ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ ທີ່ປະເທດອຸເບກິດສະຖານ 2022 ຫລື AFC U23 Asian Cup Uzbekistan 2022 ຂຶ້ນຢ່າງເປັນທາງການໃນວັນທີ 09 ກໍລະກົດ 2021 ຢູ່ທີ່ສຳນັກງານໃຫຍ່ ສະຫະພັນບານເຕະອາຊີ ນະຄອນຫລວງກົວລາລຳເປີ ປະເທດມາເລເຊຍ.

ປາກົດວ່າ: ທີມຊາດລາວ ຢູ່ຮ່ວມກຸ່ມ J ປະກອບມີ ທີມຊາດໄທ, ທີມຊາດມາເລເຊຍ, ທີມຊາດລາວ ແລະ ທີມຊາດມົງໂກລີ ( ເຈົ້າພາບ ກຸ່ມ J ).

ສໍາລັບ ການແຂ່ງຂັນແມ່ນຈະເລີ່ມແຂ່ງຂັນໃນວັນທີ 23 – 31 ຕຸລາ 2021 ອັນດັບ 1 ໃນຈຳນວນ 11 ກຸ່ມ ແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 4 ທີມຈະໄດ້ຜ່ານເຂົ້າຮອບສຸດທ້າຍ ທີ່ປະເທດອຸດເບກິດສະຖານ ເຈົ້າພາບ.