ແອເອເຊຍ ກຽມນຳຮຸ້ນທຸລະກິດດິຈິຕອນ ຈົດທະບຽນໃນຕະຫຼາດຫຼັກຊັບອາເມຣິກາ

0
462

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ໂທນີ ເຟີນັນເດສ ປະທານເຈົ້າໜ້າທີ່ຂອງ ບໍລິສັດ ແອເອເຊຍ ກຣຸບ ( Air Asia Group ) ເປີດເຜີຍວ່າ: ແອເອເຊຍ ກຳລັງພິຈາລະນາເຖິງຄວາມເປັນໄປໄດ້ທີ່ຈະນຳຮຸ້ນແອເອເຊຍ ດິຈິຕອນ ( Air Asia Digital ) ແລະ ແອເອເຊຍ ຊູເປີແອັບ ( AirAsia SuperApp ) ເຊິ່ງເປັນບໍລິສັດໃນເຄືອຂອງແອເອເຊຍ ກຣຸບ ເຂົ້າຈົດທະບຽນຊື້ – ຂາຍໃນກະດານຮຸ້ນເຕັກໂນໂລຊີຂອງຕະຫຼາດຮຸ້ນສະຫະລັດອາເມຣິກາໃນປີນີ້ ໂດຍມີແຜນຂະຫຍາຍທຸລະກິດດ້ານດິຈິຕອນ.

ຜູ້ບໍລິຫານແອເອເຊຍ ກ່າວອີກວ່າ: ພວກເຮົາໄດ້ຮັບຄວາມສົນໃຈຈາກກຸ່ມ SPAC ( Spe cial Purpose Acquisition Company ) ໝາຍຄວາມວ່າ ບໍລິສັດທີ່ຕັ້ງຂຶ້ນດ້ວຍຈຸດປະສົງ ເພື່ອຄວບຄຸມກິດຈະການໂດຍສະເພາະ. ນອກຈາກນີ້, ພວກເຮົາໄດ້ຈ້າງນັກບັນຊີທີ່ມີຊື່ສຽງ ເພື່ອດຳເນີນການປ່ຽນແປງບັນຊີໃຫ້ເຂົ້າກັບເກນຂອງສະຫະລັດອາເມຣິກາ.

ທັງນີ້ SPAC ເປັນວິທີການເຂົ້າຕະຫຼາດຫຼັກຊັບສະຫະລັດອາເມຣິກາທີ່ກຳລັງໄດ້ຮັບ ຄວາມນິຍົມໃນຮອບປີຜ່ານມາ ເນື່ອງຈາກການນຳຮຸ້ນເຂົ້າຈົດທະບຽນຕະຫຼາດຫຼັກຊັບຜ່ານວິທີ SPAC ຈະໃຊ້ເວລາພຽງແຕ່ 2 – 4 ເດືອນເທົ່ານັ້ນ ເມື່ອທຽບກັບການເຮັດ IPO ເຊິ່ງຈະໃຊ້ເວລາເຖິງ 1 – 2 ປີ.

ແຜນການດັ່ງກ່າວເກີດຂຶ້ນໃນໄລຍະເວລາທີ່ ແອເອເຊຍກຳລັງມຸ່ງເນັ້ນກົນລະຍຸດສູ່ດິຈິຕອນ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ຍັງສ້າງຄວາມເສຍຫາຍຕໍ່ທຸລະກິດການເດີນທາງທາງອາກາດຂອງບໍລິສັດ ໂດຍເມື່ອວັນທີ 7 ກໍລະກົດຜ່ານມາ ແອເອເຊຍ ໄດ້ປະກາດຊື້ກິດຈະການຂອງບໍລິສັດໂກເຈັກ ປະເທດໄທ ໃນມູນຄ່າ 50 ລ້ານໂດລາສະຫະລັດ ຜ່ານການອອກຮຸ້ນແອເອເຊຍ ຊູເປີແອັບ.

ນອກຈາກນີ້, ແອເອເຊຍ ຍັງແລເຫັນໂອກາດດີໃນທຸລະກິດ ເທເລພອທ ( Teleport ) ເຊິ່ງເປັນທຸລະກິດໂລຈິສຕິກໃນເຄືອຂອງແອເອເຊຍ ແລະ ມີແຜນຈະເພີ່ມຝູງບິນໃນການຂົນສົ່ງສິນຄ້າໃນເດືອນກັນຍານີ້ ໂດຍ Teleport ຈະເຊົ່າຍົນໂບອິ້ງ ຮຸ່ນ 737 ພ້ອມເຊື່ອໝັ້ນວ່າຍອດສັ່ງຊື້ທາງອອນລາຍຈະຂະຫຍາຍຕົວຂຶ້ນເລື້ອຍໆ.

LEAVE A REPLY

Please enter your comment!
Please enter your name here