ເສດຖະກິດເອີຣົບຟື້ນໄວກວ່າຄາດ ຫຼັງການສັກວັກແຊັງຄືບໜ້າ

276

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ເປົາໂລ ເຈນຕີໂລນີ ປະທານກຳມາທິການດ້ານເສດຖະກິດຂອງເອີຣົບ ( EC ) ເປີດເຜີຍວ່າເສດຖະກິດຂອງເອີຣົບຟື້ນຕົວໄວກວ່າທີ່ຄາດການໄວ້ກ່ອນໜ້ານີ້ ເນື່ອງຈາກການສັກວັກແຊັງປ້ອງກັນໂຄວິດ – 19 ໃຫ້ປະຊາຊົນມີ ຄວາມຄືບໜ້າຕາມແຜນ ລວມທັງມາດຕະການຄວບຄຸມທີ່ມີຄຸນນະພາບ.

ທ່ານ ເຈນຕີໂລນີ ກ່າວວ່າ: ກ່ອນໜ້ານີ້ ເອີຣົບ ໄດ້ຄາດການວ່າເສດຖະກິດຂອງສະຫະພາບເອີຣົບ ( ອີຢູ ) ແລະ ຢູໂຣໂຊນຈະຂະຫຍາຍຕົວ 4,2% ໃນປີ 2021 ນີ້ ແລະ 4,4% ໃນປີໜ້າ ແຕ່ຕົວເລກດັ່ງກ່າວໄດ້ປັບຂຶ້ນ ໂດຍຄາດການຄັ້ງຫຼ້າສຸດນີ້ ໄດ້ປັບຂຶ້ນເປັນ 4,8% ໃນປີ 2021 ແລະ 4,5% ໃນປີ 2022, ສ່ວນອັດຕາເງິນເຟີ້ຄາດວ່າຈະຢູ່ໃນລະດັບ 2,2% ໃນປີນີ້ ແລະ 1,6% ໃນປີໜ້າ ເຊິ່ງສູງກວ່າທີ່ຄາດການໄວ້ກ່ອນໜ້ານີ້.

ທ່ານ ເຈນຕີໂລນີ ກ່າວອີກວ່າ: ສິ່ງສຳຄັນທີ່ສຸດໃນຂະນະນີ້ຄືພວກເຮົາຕ້ອງເພີ່ມຄວາມພະຍາຍາມສັກວັກແຊັງປ້ອງກັນໂຄວິດໃຫ້ແກ່ປະຊາຊົນ ເພີ່ມຂຶ້ນ 2 ເທົ່າ ພ້ອມທັງເສີມຂະຫຍາຍດ້ານດີທີ່ມີຄວາມກ້າວໜ້າໃນໄລຍະຫຼາຍເດືອນຜ່ານມາ ເພາະການແຜ່ລະບາດຂອງສາຍພັນເດວຕ້າ ເປັນສິ່ງຢ້ຳເຕືອນວ່າພວກເຮົາຍັງບໍ່ສາມາດຜ່ານພົ້ນຈາກເງົາມືດຂອງພະຍາດລະບາດເທື່ອ.