ສປຊ – ຜູ້ນຳທົ່ວໂລກ ປະນາມເຫດການ ລອບສັງຫານປະທານາທິບໍດີ ເຮຕິ

624

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການອົງການສະຫະປະຊາຊາດ ( ສປຊ ) ໄດ້ອອກຖະແຫຼງການປະນາມເຫດລອບສັງຫານ ທ່ານ ໂຍເວແນລ ໂມອິສ ປະທານາທິບໍດີເຮຕິ ພ້ອມຮຽກຮ້ອງໃຫ້ຊາວເຮຕິ ຈົ່ງຢູ່ໃນຄວາມສະຫງົບພາຍໃຕ້ລັດຖະທຳມະນູນ ແລະ ຈົ່ງມີຈິດໃຈເຂັ້ມແຂງທຸ່ນທ່ຽງ ທ່າມກາງເຫດການຮຸນແຮງທີ່ເກີດຂຶ້ນ ແລະ ຈົ່ງຫຼີກລ່ຽງການກໍ່ຄວາມບໍ່ສະຫງົບ ໂດຍອົງການ ສປຊ ຈະຢືນຄຽງຂ້າງປະຊາຊົນຊາວເຮຕິ.

ທາງດ້ານປະທານາທິບໍດີ ໂຈ ໄບເດັນ ຂອງສະຫະລັດອາເມຣິກາ ກໍໄດ້ອອກຖະແຫຼງການປະນາມເຫດລອບສັງຫານດັ່ງກ່າວເຊັ່ນດຽວກັນ ໂດຍລະບຸວ່າ: ພວກເຮົາຮູ້ສຶກເສົ້າໃຈ ແລະ ເສຍໃຈເປັນຢ່າງຍິ່ງຕໍ່ການລອບສັງຫານປະທານາທິບໍດີເຮຕິ ແລະ ພັນລະຍາຂອງເພິ່ນ, ພວກເຮົາຂໍປະນາມເຫດຮ້າຍປ່າເຖື່ອນໃນຄັ້ງນີ້. ພ້ອມຢ້ຳວ່າ ອາເມຣິກາ ຈະສະໜັບສະໜູນເພື່ອໃຫ້ຊາວເຮຕິ ມີຄວາມປອດໄພ.

 

ນອກຈາກນີ້, ຜູ້ນຳຫຼາຍປະເທດທົ່ວໂລກກໍໄດ້ອອກຖະແຫຼງການກ່າວປະນາມເຫດການດັ່ງກ່າວເຊັ່ນດຽວກັນ.
ໃນຂະນະທີ່ລັດຖະບານເຮຕິ ໄດ້ປະກາດສະພາວະກົດໄອຍະການເສິກ ຕັ້ງແຕ່ຕອນເຊົ້າຂອງວັນພຸດ 7 ກໍລະກົດເປັນຕົ້ນມາ ຕາມເວລາທ້ອງຖິ່ນ ຫຼັງຈາກທີ່ເກີດເຫດລອບສັງຫານຜູ້ນຳເຮຕິ ຈາກກຸ່ມມືປືນກຸ່ມໜຶ່ງ ແຕ່ຍັງບໍ່ສາມາດລະບຸວ່າເປັນກຸ່ມໃດກັນແທ້.
ທັງນີ້, ເຫດການດັ່ງກ່າວເກີດຂຶ້ນເມື່ອເວລາປະມານ 1:00 ໂມງ ຂອງວັນທີ 7 ກໍລະກົດຜ່ານມາ ຕາມເວລາທ້ອງຖິ່ນ ໂດຍມີມືປືນກຸ່ມໜຶ່ງໄດ້ບຸກເຂົ້າໄປເຮືອນພັກຂອງຜູ້ນຳເຮຕິ ພ້ອມໃຊ້ປືນຍິງຈົນເສຍຊີວິດຄາທີ່, ສ່ວນ ທ່ານ ນາງ ມາຕິນ ໂມອິສ ພັນລະຍາຂອງເພິ່ນໄດ້ຮັບບາດເຈັບສາຫັດ ກ່ອນຈະເສຍຊີວິດຢູ່ໂຮງໝໍໃນເວລາຕໍ່ມາ.