ເມືອງຄອບ ໄຂກອງປະຊຸມວຽກງານກວດກາທົ່ວເມືອງປະຈໍາປີ 2020 ແລະ 5 ປີ (2016-2020)

399

ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມວຽກງານກວດກາທົ່ວເມືອງ ປະຈໍາປີ 2020 ແລະ 5 ປີ( 2016-2020 ) ໂດຍໄດ້ຈັດຂື້ນຢູ່ທີ່ສະໂມສອນຂອງເມືອງດັ່ງກ່າວໃນວັນທີ 8 ກໍລະກົດ 2021 ນີ້. ໂດຍໃຫ້ກຽດການເປັນປະທານຂອງ ສະຫາຍ ໄລ ອິນທິບ ຮອງເລຂາຄະນະບໍລິຫານງານ ພັກເມືອງ ປະທານກວດກາພັກລັດເມືອງ ສະມາຊິກສະພາປະຊາຊົນແຂວງປະຈໍາໜ່ວຍເລືອກຕັ້ງເມືອງ ຄອບ, ໂດຍໃຫ້ກຽດການເຂົ້າຮ່ວມຂອງສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ ປະທານກວດກາພັກລັດແຂວງ, ມີສະຫາຍ ແພງຊ້ອຍ ແພງເມືອງ ກໍາມະການພັກແຂວງ ເລຂາຄະນະ ບໍລິຫານງານພັກເມືອງ ເຈົ້າເມືອງໆຄອບ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາຄະນະ ພັກຮາກຖານ, ປະທານກວດກາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ພາສີດ່ານ, ຕໍາຫຼວດດ່ານສາກົນປາງມອນ, ກອງພັນ418, ກອງຮ້ອຍຊາຍແດນກອງປະຕິ ບັດງານ 203 ແລະ ລັດວິສາຫະກິດ, ຜູ້ກວດກາໜ່ວຍພັກ-ລັດຂອງບັນດາຫ້ອງການ, ອົງການ, ກົມ ກອງຮາກຖານບ້ານເຂົ້າຮ່ວມ.

ໃນພິທີດັ່ງກ່າວ ສະຫາຍ ໄລ ອິນທິບ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາ ພັກ-ລັດເມືອງ ສໍາມະຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງໜ່ວຍເມືອງຄອບ ໃຫ້ກຽດກ່າວ ເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດສະຫຼຸບການເຄື່ອນໄຫວວຽກງານກວດກາ 5 ປີ ( 2016-2020 )ປີ2020 ແລະ ທິດທາງແຜນການປີ 2021 ເຊິ່ງມີບາງຕອນທີ່ສໍຳຄັນສະຫາຍໃຫ້ຮູ້ວ່າ: ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ຄະນະພັກ ອົງການປົກຄອງ, ຄະນະກວດກາແຕ່ລະຂັ້ນແມ່ນໄດ້ ເອົາ ໃຈໃສ່ຄົ້ນຄວ້າເຊື່ອມຊຶມບັນດານະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ບົດແນະນໍາ, ກົດໝາຍ ແລະ ບັນ ດານິຕິກໍາອື່ນໆດ້ວຍຫຼາຍຮູບແບບ. ຜ່ານການຕິດຕາມກວດກາໃນໄລຍະ 5 ປີ ທົ່ວເມືອງມີ 72 ໜ່ວຍພັກທຽບໃສ່ປີ 2015 ເພີ່ມຂື້ນ 25 ໜ່ວຍ, ເທົ່າກັບ 53,19 ສ່ວນຮ້ອຍ.

ການກວດກາ ແມ່ນໄດ້ດໍາເນີນໃນການກວດກາແຕ່ລະເປົ້າໝາຍຕາມແຜນການວາງອອກ ແລະ ກວດກາຕາມຄໍາສັ່ງ ຂອງຂັ້ນເທິງໂດຍມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ການລົງເກັບກໍາຂໍ້ມູນ ເປົ້າໝາຍທີ່ຖືກກວດກາ ເຮັດໃຫ້ການກວດກາຊອກເຫັນໄດ້ດ້ານຕັ້ງໜ້າເພື່ອສົ່ງເສີມ ແລະ ຊອກຫາ ດ້ານອ່ອນ, ດ້ານຫຍໍ້ທໍ້ ເພື່ອປັບປຸງແກ້ໄຂ. ເປັນຕົ້ນແມ່ນໄດ້ເອົາໃຈໃສ່ຕິດຕາມກວດກາຈັດຕັ້ງປະ ຕິບັດແຜນພັດທະນາ ເສດຖະກິດສັງຄົມໄລຍະ 5 ປີຂອງເມືອງ. ພ້ອມດຽວກັນນີ້ກໍ່ໄດ້ຕິດຕາມກວດ ກາ ການຈັດຕັ້ງປະຕິບັດແຜນການສູ້ຊົນຂອງແຕ່ລະຂະແໜງການ ໂດຍສະເພາະແມ່ນການລົງທຶນຂອງ ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ການປ່ອຍສິນເຊື່ອຂອງທະນາຄານ. ນອກຈາກ ນີ້ອົງການກວດກາພັກ-ລັດເມືອງຍັງໄດ້ເອົາໃຈໃສ່ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ເປື້ອງຕົ້ນແມ່ນໄດ້ນໍາເອົາກົດໝາຍ, ນິຕິກໍາອື່ນໆທີ່ພົວພັນເຖິງວຽກງານສະກັດກັ້ນ ຕ້ານການສໍ້ລາດ ບັງຫຼວງໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ລັດຖະ ກອນ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ. ເອົາໃຈໃສ່ຄຸ້ມຄອງເອກະສານແຈ້ງຊັບສິນ ແລະ ລາຍຮັບຂອງພະນັກງານ-ລັດຖະກອນສົມບູນ ແລະ ພະນັກງານລັດວິສາຫະກິດພ້ອມທັງຕິດຕາມກວດກາ ແລະ ສະກັດກັ້ນບັນດາໜໍ່ແໜງທີ່ຈະກໍ່ໃຫ້ເກີດມີ ການສໍ້ລາດບັງຫຼວງໃນຂົງເຂດພະນັກງານລັດຖະກອນທຸກຮູບແບບ.

ໃນໂອກາດດຽວກັນນີ້ ສະຫາຍ ແພງຊ້ອຍ ແພງເມືອງ ກໍາມະການພັກແຂວງ ເລຂາຄະນະບໍລິ ຫານງານພັກເມືອງ ເຈົ້າເມືອງໆຄອບ ມີຄໍາເຫັນເຈາະຈີ້ມຕໍ່ບັນດາຜູ້ເຂົ້າຮ່ວມກອງ ປະຊຸມ ເພື່ອເປັນ ແນວທາງ ໃນການປະກອບຄໍາຄິດຄໍາເຫັນຂອງແຕ່ລະສະຫາຍໃນແຕ່ລະຂົງເຂດວຽກງານ. ນອກຈາກນີ້ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຜັດປ່ຽນກັນຂື້ນປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາເພື່ອເປັນແນວ ທາງ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ. ພ້ອມດຽວກັນນີ້ຢູ່ໃນກອງປະຊຸມຍັງໄດ້ມີການມອບໃບຢ້ງຢືນ ໃຫ້ເປັນຫົວໜ່ວຍພັດທະນາປະຈໍາປີ 2020 ນໍາອີກ ຈໍານວນ 23 ບ້ານໃນທົ່ວເມືອງ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ສົມຫວັງ ແກ້ວວິໄລສັກ ກໍາມະການປະຈໍາພັກແຂວງ ປະທານກວດກາພັກລັດແຂວງ ໃຫ້ກຽດໂອ້ລົມຕໍ່ກອງປະຊຸມດັ່ງກ່າວ ເຊິ່ງກ່ອນອື່ນໝົດສະຫາຍໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງຄະນະກວດກາ ພັກ-ລັດເມືອງ ຍາດມາໄດ້ໃນໄລຍະທີ່ຜ່ານ ມາ. ພ້ອມດຽວກັນນີ້ສະຫາຍຍັງໄດ້ຮຽກຮ້ອງມາຍັງອົງການກວດກາຂັ້ນເມືອງ. ຈົ່ງສືບຕໍ່ແກ້ໄຂບັນດາ ປະກົດການຫຍໍ້ທໍ້ໃນດ້ານຕ່າງໆທີ່ຍັງຄ້າງຄ່າ. ພ້ອມດຽວກັນນີ້ກໍ່ໄດ້ເອົາໃຈໃສ່ຊຸກຊູ້ສົ່ງເສີມວຽກງານ ກວດກາໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ຂະຫຍາຍອອກໃຫ້ໄປທົ່ວທຸກຂົງເຂດວຽກງານ ໂດຍຖືເອົາ ວຽກງານກວດກາເປັນສິ່ງສາຄັນໃນການສອດຫ້ອຍໃນທຸກຂົງເຂດວຽກງານຕິດພັນກັບ ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງໃນທຸກຮູບແບບຢູ່ພາຍໃນຖັນແຖວພະນັກງານ ເພື່ອເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບສຸກໂດຍພື້ນຖານ
ຂ່າວ: ແສງເພັດ