ໂຮງຮຽນທິດສະດີການເມືອງກອງທັບ ສະຫຼຸບວຽກງານຮອບດ້ານ

997

ວັນທີ 7 ກໍລະກົດ 2021 ນີ້, ໂຮງຮຽນທິດສະດີການເມືອງ ກອງທັບໄດ້ຈັດຕັ້ງພິທີສະຫຼຸບ ວຽກງານຮອບດ້ານ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ໂດຍການ ເປັນປະທານຂອງ ສະຫາຍ ພົນຈັດ ຕະວາ ປອ ຄໍາຜາຍ ສະພັງເໜືອ ເລ ຂາຄະນະພັກ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງ ກອງທັບ, ມີຄະນະພັກ-ຄະນະບັນ ຊາພ້ອມ ດ້ວຍພະນັກງານ-ນັກ ຮົບທົ່ວໂຮງຮຽນທິດສະດີການ ເມືອງກອງທັບເຂົ້າຮ່ວມ.

ສະຫາຍ ພັນໂທ ແສງພອນ ສີດວງຈັນ ຫົວໜ້າຫ້ອງການບໍ ລິການ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຂຶ້ນຜ່ານບົດ ສະຫຼຸບ ເຊິ່ງຍົກໃຫ້ເຫັນຜົນງານ ຫຼາຍດ້ານທີ່ຍາດມາໄດ້ໃນຕະ ຫຼອດໄລຍະ 6 ເດືອນຜ່ານມາເປັນ ຕົ້ນຄະນະພັກ-ຄະນະບັນຊາທຸກ ຂັ້ນ ໄດ້ເປັນເຈົ້າການເອົາໃຈໃສ່ ຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ ພະນັກງານ-ນັກຮົບ ໂດຍຖືເອົາ ວຽກງານການສຶກສາອົບຮົມ ການເມືອງ-ນຳພາແນວຄິດເປັນ ກົກ ໂດຍການນຳເອົາບັນດາເອກະ ສານມະຕິຄຳສັ່ງຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບທີ່ຂັ້ນ ເທິງວາງອອກມາຈັດຕັ້ງເຜີຍແຜ່ ໃຫ້ແກ່ບັນດາພະນັກງານ-ນັກ ຮົບພາຍໃນກົມກອງໄດ້ຮັບຮູ້ ເຊື່ອມຊຶມ ແລະ ກຳແໜ້ນຢ່າງ ເລິກເຊິ່ງ ເປັນເຈົ້າການຊີ້ນຳ-ນໍາ ພາພະນັກງານ-ນັກຮົບ ຈັດຕັ້ງ ປະຕິບັດຢ່າງເຂັ້ມງວດເອົາໃຈໃສ່ ປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຂອງພັກກໍຄືໜ້າທີ່ ການເມືອງຂອງກົມກອງຕິດພັນ ກັບວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບຕ້ານ ແລະ ສະ ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆທີ່ ທ່ວງດຶງຕໍ່ກັບການພັດທະນາ ຂອງກົມກອງໃນຂອບເຂດຂອງ ຕົນຮັບຜິດຊອບໃຫ້ມີຄວາມສະ ຫງົບປອດໄພໂດຍພື້ນຖານ.

ໃນໄລຍະທີ່ຜ່ານມາໄດ້ຈັດຕັ້ງ ກໍາລັງປ້ອງກັນວັນປ່ອນບັດ ເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໄລຍະ 10 ວັນ, ລວມ ມີ 168 ຄັ້ງ, ມີ 2.184 ເທື່ອຄົນ ແລະ ວັນບຸນສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ຮັບປະ ກັນຄວາມສະຫງົບປອດໄພທົ່ວ ໂຮງຮຽນໄດ້ 100%, ສໍາເລັດ ການເຝິກອົບຮົມທະຫານໃໝ່ເປັນ ເວລາ 3 ເດືອນຕາມການມອບ ໝາຍຂອງຂັ້ນເທິງມີ 97 ສະຫາຍ, ປັດຈຸບັນມີ 7 ໜ່ວຍພັກຂຶ້ນກັບມີສະມາຊິກພັກທັງໝົດ 263 ສະ ຫາຍ, ຍິງ 34 ສະຫາຍ, ສົມບູນ 242 ສະຫາຍ, ຍິງ 25 ສະຫາຍ, ສໍາຮອງ 21 ສະຫາຍ, ຍິງ 9 ສະ ຫາຍ. ຜ່ານມາພະນັກງານຄູ-ອາ ຈານໄດ້ປະຕິບັດໜ້າທີ່ການເມືອງ ຢ່າງຕັ້ງໜ້າເຂົ້າຮ່ວມທຸກຂະບວນ ການຂອງໂຮງຮຽນກໍຄືຂອງກະ ຊວງປ້ອງກັນປະເທດຈັດຂຶ້ນ. ພ້ອມນັ້ນ, ກອງປະຊຸມຍັງໄດ້ຜ່ານທິດການແຜນການສູ້ຊົນ 6 ເດືອນທ້າຍປີ ໂດຍຈະສຸມໃສ່ວຽກ ງານຫຼາຍດ້ານໃຫ້ໄດ້ຮັບໝາກ ຜົນສູງຂຶ້ນກວ່າເກົ່າ.