ອົງການກວດສອບແຫ່ງລັດ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

1255

ອົງການກວດສອບແຫ່ງລັດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ກົດລະບຽບພັກປະຊາຊົນປະຊາຊົນປະຕິວັດ ສະໄໝທີ XI ຂຶ້ນໃນວັນທີ9 ກໍລະກົດ ໂດຍການເປັນປະທານຂອງ ສະຫາຍ ມະໄລທອງ ກົມມະສິດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ປະທານອົງການກວດສອບແຫ່ງລັດ, ມີບັນດາສະຫາຍໃນຄະນະປະຈໍາພັກ, ຄະນະ ພັກອົງການກວດສອບແຫ່ງລັດ, ບັນດາສະມາຊິກພັກ ທີ່ຂຶ້ນກັບໜ່ວຍພັກຂອງອົງຄະນະພັກອົງການກວດສອບແຫ່ງລັດເຂົ້າຮ່ວມ.


ໃນກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ການບັນລະຍາຍ ທັງໝົດ 4 ເອກະ ສານທີ່ສາໍຄັນດັ່ງນີ້: ໃນຕອນເຊົ້າ ສະຫາຍ ມະໄລທອງ ກົມມະສິດ ໄດ້ໃຫ້ກຽດເຜີຍແຜ່ 2 ເອກະ ສານ ຄື: ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄຫມທີ XI. ໂດຍທ່ານໄດ້ຍົກໃຫ້ເຫັນການຮັບຮອງເອົາຢ່າງເອກະສັນລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ໄດ້ຕີລາຄາໝາກຜົນແຫ່ງການຈັດຕັ້ງປະຕິ ວັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ໃນ 5 ປີຜ່ານມາໄດ້ຮັບຜົນສໍາເລັດອັນສາໍຄັນໃຫຍ່ຫຼວງ, ຊຶ່ງໄດ້ສ້າງໜໍ່ແໜງສໍາຄັນ ໃນທຸກຂົງເຂດ ເພື່ອເປັນປັດ ໃຈຍູ້ການຫັນປ່ຽນໃຫ້ແຂງແຮງເລິກເຊິ່ງ ແລະ ຮອບດ້ານ ໃນຊຸມປີຕໍ່ໜ້າ, ກ່ຽວກັບມະຕິກອງປະ ຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄຫມທີ XI.

ທ່ານກໍຍົກໃຫ້ເຫັນສະພາບການພາກພື້ນ ແລະ ສາກົນ; ຕີລາຄາຜົນສໍາເລັດ ແລະ ແຜນການເຊື່ອມຊຶມ, ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ; ແຜນດຳເນີນງານຕະຫຼອດ 5 ປີ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI; ມະຕິວ່າດ້ວຍລະບອບ ແລະ ແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານສູນກາງພັກ,ກົມການເມືອງສູນ ກາງພັກ ແລະ ຄະນະເລຂາທິ ການສູນກາງພັກ ສະ ໄໝທີ XI; ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີIX (2021-2025) ແລະ ແຜນ ງົບປະມານແຫ່ງລັດ 5 ປີ (2021-2025).


ໃນພິທີ,ສະຫາຍ ບຸນເລີດ ເທບວົງສາ ຄະນະປະ ຈຳຄະນະພັກ ຮອງປະທານອົງການກວດສອບ ແຫ່ງລັດລັດ ໄດ້ຂຶ້ນເຜີຍແຜ່ທິດທາງແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ເຊິ່ງທ່ານ ໄດ້ຍົກໃຫ້ເຫັນກ່ຽວກັບການສະຫຼຸບຕີລາຄາການຈັດຕັ້ງປະຕິວັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020), ແຜນພັດທະນາເສດຖະກິດ- ສັງຄົມແຫ່ງ ຊາດ(2121.2025), ມາດຕະການ ແລະ ກົນໄກໃນການຈັດຕັ້ງປະຕິບັດແຜນພັດທະ ນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025).

ພາບ-ຂ່າວ: ສີລິພອນ