ຍີ່ປຸ່ນ ຈະຂາດລາຍໄດ້ເຖິງ 9 ຕື້ເຢນ ຫຼັງປະກາດແຂ່ງໂອແລມປິກແບບປິດຫຼຸດຄວາມສ່ຽງຕິດໂຄວິດ

540
This aerial photo shows the National Stadium in Tokyo, Japan Monday, June 21, 2021. Fans will be banned from Tokyo-area stadiums and arenas when the Olympics begin in two weeks, the city’s governor said Thursday after meeting with organizers of the pandemic-postponed games.(Kyodo News via AP)

ງານມະຫາກໍາໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ທີ່ເລື່ອນມາຈັດໃນປີນີ້ທີ່ຈະເປີດສາກຂຶ້ນໃນວັນທີ 23 ກໍລະກົດ 2021 ໄດ້ຂໍ້ສະຫຼຸບແລ້ວຄື ຈະແຂ່ງຂັນແບບສະໜາມປິດ ( ບໍ່ອະນຸຍາດໃຫ້ແຟນໆເຂົ້າຊົມການແຂ່ງຂັນໄດ້ ) ໃນທຸກປະເພດກີລາ ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງ ໂຄວິດ-19.

ສື່ຕ່າງປະເທດລາຍງານກ່ອນໜ້ານີ້ວ່າ ທ່ານ ໂຢຊິຮິເດະ ຊູງະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ລະບຸວ່າ: ລັດຖະບານຍີ່ປຸ່ນ ຕັດສິນໃຈະກາດສະຖານະການສຸກເສີນຄັ້ງໃໝ່ໃນນະຄອນຫຼວງໂຕກຽວ ເພື່ອຮັບມືກັບການແຜ່ລະບາດຂອງ ໂຄວິດ-19 ທີ່ຍັງໜ້າເປັນຫ່ວງ ໂດຍມີຜົນຕັ້ງແຕ່ວັນຈັນທີ 12 ກໍລະກົດ – 22 ສິງຫາ 2021 ເຊິ່ງໃນນັ້ນຢູ່ໃນໄລຍະແຂ່ງຂັນກີລາໂອແລມປິກເກມສ໌ 2020 ທີ່ນະຄອນຫຼວງໂຕກຽວເປັນເຈົ້າພາບ.

ຈົນຫຼ້າສຸດມີລາຍງານໃນວັນທີ 9 ກໍລະກົດ 2021 ວ່າ: ຈາກຜົນກອງປະຊຸມຂອງ ຄະນະກໍາມະການຝ່າຍຈັດການແຂງຂັນ ໂອແລມປິກເກມສ໌ ກຽມທີ່ຈະຈັດການແຂ່ງຂັນແບບປິດສະໜາມ ບໍ່ອະນຸຍາດໃຫ້ຄົນເບິ່ງເຂົ້າຊົມໃນທຸກໆປະເພດກີລາ ເຊິ່ງຈະເປັນການປ້ອງກັນທີ່ສໍາຄັນ ເພື່ອຄວບຄຸມການລະບາດຂອງ ໂຄວິດ-19 ໃນປະເທດຍີ່ປຸ່ນ.

 

ມີການຄາດການວ່າ ຈາກການທີ່ ໂອແລມປິກ 2020 ບໍ່ມີແຟນໆເຂົ້າຊົມໃນສະໜາມຈະເຮັດໃຫ້ຝ່າຍຈັດການແຂ່ງຂັນຂາດລາຍໄດ້້ປະມານ 9 ຕື້ເຢນ.