9 ກໍລະກົດ ລາວ ພົບຜູ້ຕິດເຊື້ອ +68 ຄົນ ປະຈຸບັນເຊື້ອສາຍພັນໃໝ່ ເດວຕ້າ ກຳລັງລະບາດຢູ່ຕ່າງປະເທດ ແລະ ລາວກໍ່ພົບໃນ 3 ແຂວງ

503

ໃນວັນທີ 9 ກໍລະກົດ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຖະແຫຼງຂ່າວປະຈຳວັນ ທີ່ກະຊວງສາທາລະນະສຸກ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກ່າວວ່າ: ມາຮອດປະຈຸບັນຕົວເລກສະສົມຜູ້ຕິດເຊື້ອໃນ ສປປ ລາວ ມີທັງໝົດ 2.537 ຄົນ, ມີຕົວເລກສະສົມຜູ້ເສຍຊີວິດ 3 ຄົນ, ຍັງມີຜູ້ນອນປິ່ນປົວ 427 ຄົນ. ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 49 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 4.979 ຄົນ. ມີຜູ້ເດີນທາງເຂົ້າລາວວັນທີ 8 ກໍລະກົດ ຈຳນວນ 2.514 ຄົນ; ຜ່ານໄດ້ກວດວິເຄາະທັງໝົດ 1.460 ຄົນ, ພົບຜູ້ຕິດເຊື້ອ +68 ຄົນ, ໃນນັ້ນຢູ່ແຂວງວຽງຈັນ 1 ຄົນ ທີ່ເປັນການຕິດເຊື້ອໃນຊຸມຊົນ; ນະຄອນຫຼວງວຽງຈັນ 7 ຄົນ, ແຂວງຈຳປາສັກ 19 ຄົນ, ສະຫວັນນະເຂດ 40 ຄົນ ແລະ ແຂວງຄຳມ່ວນ 1 ຄົນ ທັງ 4 ແຂວງນີ້ແມ່ນເປັນກໍລະນີນຳເຂົ້າ. ສຳລັບບ້ານແດງໃນນະຄອນຫຼວງວຽງຈັນມາຮອດປະຈຸບັນແມ່ນຍັງມີ 5 ບ້ານ ໃນ 4 ເມືອງ ຄື: ເມືອງໄຊທານີ, ເມືອງໄຊເສດຖາ, ເມືອງຈັນທະບູລີ ແລະ ເມືອງນາຊາຍທອງ.

ສຳລັບສະຖານທີ່ ເກັບຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດໂຄວີດ-19 ມີດັ່ງນີ້:  ສຳລັບນະຄອນຫຼວງວຽງຈັນ ມີ 5 ໂຮງໝໍສູນກາງ ແລະ ໂຮງໝໍ 103 ສູນກາງກອງທັບ; ຈຸດກວດນອກສະຖານທີ່ ຢູ່ ໂຮງຮຽນ ສີໂຄດ ໃຫ້ບໍລິການ ເກັບຕົວຢ່າງ 9-12 ໂມງ ທຸກມື້ (ວັນຈັນ ເຖີງ ວັນອາທິດ); ແລະ ຖ້າມີກໍລະນີບວກ (+) ໃໝ່ ຢູ່ບ້ານໃດ ຈະມີທີມງານເຄື່ອນທີ່ໄປເກັບຕົວຢ່າງຜູ້ສຳຜັດໃກ້ຊິດ ໃນຈຸດ ທີ່ມີກໍລະນີຜູ້ຕິດເຊື້ອໃໝ່.

ສຳລັບ ສປປ ລາວ ພວກເຮົາໄດ້ສຸ່ມຕົວຢ່າງກວດ ແລະ ກວດພົບສາຍພັນເດວຕ້າ ຄັ້ງທຳອິດ ຈາກແຮງງານ 3 ຄົນ ຢູ່ແຂວງຈຳປາສັກ, ສະຫວັນນະເຂດ 4 ຄົນ, ຄຳມ່ວນ 1 ຄົນ ແລະ ນະຄອນຫຼວງ 1 ຄົນ. ສະນັ້ນ, ແຮງງານທີ່ກັບມາຈາກປະເທດເພື່ອນບ້ານ ແມ່ນມີຄວາມສ່ຽງສູງ ທີ່ຈະນຳສາຍພັນເດວຕ້າ 9 ກໍລະກົດ ລາວ ພົບຜູ້ຕິດເຊື້ອ +68 ຄົນ ປະຈຸບັນເຊື້ອສາຍພັນໃໝ່ ເດວຕ້າ ກຳລັງລະບາດຢູ່ຕ່າງປະເທດ ແລະ ລາວກໍ່ພົບໃນ 3 ແຂວງເຂົ້າມາແຜ່ລະບາດໃນປະເທດຂອງເຮົາ ແລະ ສາເຫດທີ່ບັນດາປະເທດເພື່ອນບ້ານມີການລະບາດຮອບໃໝ່ ກໍ່ແມ່ນມາຈາກການປະກົດຕົວຂອງສາຍພັນເດວຕ້າ; ເຖິງຢ່າງໃດກໍ່ຕາມ ພວກເຮົາໄດ້ຜ່ານພົ້ນການລະບາດຂອງສາຍພັນອານຟ້າ ໂດຍພື້ນຖານ ໄດ້ສະສົມບົດຮຽນ ແລະ ປະສົບການທີ່ສຳຄັນ ໃນການປະຕິບັດໂຕຈິງ ໃນການຮອງຮັບ ແລະ ສະກັດກັ້ນການລະບາດໃນຄັ້ງນັ້ນ ເປັນຢ່າງດີ ໂດຍສະເພາະແມ່ນ ນະຄອນຫຼວງວຽງຈັນ, ແຂວງບໍ່ແກ້ວ ທີ່ສາມາດຄວບຄຸມການລະບາດໄດ້ ຍ້ອນມີມາດຕະການທາງດ້ານສັງຄົມ ກໍ່ຄື ທາງດ້ານການແພດທີ່ແທດເໝາະ ຕໍ່ສະພາບຄວາມເປັນຈິງຂອງທ້ອງຖິ່ນ ໂດຍສະເພາະການກຳນົດເຂດລະບາດ (ແດງ, ເຫຼືອງ) ຫ້າມການເດີນທາງເຂົ້າ-ອອກ ໃນພື້ນທີ່ລະບາດ ຫຼື ເຂດແດງ ແລະ ການໃສ່ຜ້າປິດປາກ-ດັງ, ການລ້າງມື, ​ການຮັກສາໄລຍະຫ່າງ ເຊິ່ງການປະຕິບັດທັງໝົດນີ້ ແມ່ນມາດຕະການຫຼັກ ແລະ ສຳຄັນໃນການຄວບຄຸມ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ແຜ່ສູ່ວົງກວ້າງ.