ຕອນເຊົ້າວັນທີ 7 ກໍລະກົດ 2021 ຢູ່ທີ່ສູນສາທິດ ແລະ ບໍລິການເຕັກນິກ ກະສິກໍາ ຮ່ວມມື ລາວ – ຈີນ ແຂວງອຸດົມໄຊ ໄດ້ມີພິທີ ມອບ – ຮັບ ເຄື່ອງມືການລ້ຽງສັດ, ອຸປະກອນການປະສົມພັນທຽມ ແລະ ງົວພໍ່-ແມ່ພັນ ລະຫວ່າງ ກົມລ້ຽງສັດ ແລະ ການປະມົງ ແລະ ສູນສາທິດ ແລະ ບໍລິການເຕັກນິກ ກະສິກຳ ຮ່ວມມື ລາວ – ຈີນ.
ອຸປະກອນເຄື່ອງມື ແລະ ງົວພໍ່-ແມ່ພັນ ທີ່ກົມລ້ຽງສັດ ແລະການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ນຳມາມອບແມ່ນໄດ້ຮັບການຊ່ວຍເຫຼືອ ຈາກປະເທດ ຮົງກາລີ, ໂຄງການພັດທະນາພື້ນຖານໂຄງລ່າງ ດ້ານກະສິກຳ ຮ່ວມມື ລາວ – ຮົງກາລີ ແລ້ວນໍາມາມອບຕໍ່ໃຫ້ສູນສາທິດ ລວມມີ: ເຄື່ອງອັດ ແລະ ເຄື່ອງບົດ-ຊອຍຫຍ້າ ຈໍານວນ 1 ຊຸດ, ເຄື່ອງວັດແທກນ້ຳໜັກງົວ ອັດຕະໂນມັດ 1 ຊຸດ, ຖັງໄນໂຕຣເຈັນ ຂະຫນາດ 35 ລິດ ແລະ 50 ລິດ ແລະ ຫມໍ້ອຸ່ນນ້ຳເຊື້ອ ຈຳນວນ 1 ຊຸດ ລວມມູນຄ່າທັງໝົດ 50.717ໂດລາ ແລະ ງົວ ພໍ່-ແມ່ພັນ ສາຍພັນບຣາມັນແດງ ຈຳນວນ 26 ໂຕ ໃນນັ້ນ ງົວພໍ່ພັນ 1 ໂຕ ແລະ ງົວແມ່ພັນ 25 ໂຕ ລວມມູນຄ່າ 85.500 ໂດລາ.
ມອບໂດຍ ທ່ານ ສີທອງ ພິພັກຂະວົງ ຮອງຫົວຫນ້າກົມລ້ຽງສັດ ແລະ ການປະມົງ ແລະ ຮັບໂດຍ ທ່ານ ສຸລິພົນ ພິທັກສູນ ຫົວຫນ້າສູນສາທິດ ແລະ ບໍລິການເຕັກນິກ ກະສິກຳ ຮ່ວມມື ລາວ-ຈີນ ໂດຍມີ ຕາງຫນ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ຊ່ຽວຊານຈາກປະເທດຮົງກາລີ ແລະ ພະນັກງານພາຍໃນສູນດັ່ງກ່າວ ເຂົ້າຮ່ວມເປັນສັກຂີ.
ສໍາລັບອຸປະກອນເຄື່ອງມືການລ້ຽງສັດ ແລະ ປະສົມພັນທຽມ ທີ່ໄດ້ຮັບໃນຄັ້ງນີ້ ກໍເພື່ອຈະນໍາມາໝູນໃຊ້ເຂົ້າໃນວຽກງານວິຊາສະເພາະພາຍໃນສູນແນ່ໃສ່ເຮັດໃຫ້ການເຄື່ອນໄຫວວຽກງານມີປະສິດທິພາບ, ວ່ອງ ໄວ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ ທັງເປັນການພັດທະນາ, ຍົກລະດັບວຽກງານກະສິກຳ ຢູ່ບັນດາ 10 ແຂວງພາກເຫນືອ, ເວົ້າລວມ, ເວົ້າສະເພາະ ພາຍໃນແຂວງອຸດົມໄຊ ໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ.
ຂ່າວ: ຄານມະນີ ຮຽນດໍຈັນ